ປະຊາຊົນຊາວຫວຽດນາມ ອາໄສຢູ່ໂປໂລຍ ສະໜັບສະໜູນກຳລັງ ກວດກາການປະມົງ ແລະ ຕຳຫຼວດທະເລຫວຽດນາມ

ປະຊາຊົນຊາວຫວຽດນາມ ອາໄສຢູ່ໂປໂລຍ ສະໜັບສະໜູນກຳລັງ ກວດກາການປະມົງ ແລະ ຕຳຫຼວດທະເລຫວຽດນາມ - ảnh 1
(ພິທີ​ມອບຮັບ​ເງິນ​ບໍລິຈາກ)

(vovworld) – ຕອນ​ບ່າຍ​ວັນ​ທີ 03/06, ຜູ້ຕາງ​ຫນ້າ​ປະຊາ​ຄົມ​ຊາວ​ຫວຽດນາມ ​ຢູ່ ​ໂປ​ໂລ​ຍ ​ໄດ້​ມອບ​ຈຳ​ນວນ​ເງິນ 300 ລ້ານ​ດົງ​ເພື່ອ​ສະໜັບສະໜູນກຳລັງ​ກວດກາ​ການ​ປະມົງ ​ແລະ ຕຳຫຼວດ​ທະ​ເລ​ຫວຽດນາມ ທີ່ພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ທ່ານ ຫງວຽນ​ວັນ​​ເທີ​ດ, ກຳ​ມະ​ການ​ຄະນະ​ບໍລິຫານງານ​ຊາວ​ຫວຽດນາມ​ອາ​ໄສ​ຢູ່ ​ໂປ​ໂລ​ຍ, ຜູ້​ທີ່​ເຂົ້າ​ຮ່ວມ​ການ​ບໍລິຈາກ​​ໃຫ້​ຮູ້​ວ່າ.

        “​ເຖິງ​ວ່າ​ເສດຖະກິດ​ໂລກ​ພວມຊຸດ​​ໂຊມ, ການ​ທຳ​ມາ​ຫາ​ກິນ​ຂອງ​ພໍ່​ແມ່​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄປຮອດ​​ໃສ ພໍ່​ແມ່​ປະຊາຊົນ​ຂອງ​ພວກ​ເຮົາ​ກໍ່ລ້ວນ​ແຕ່​​​ສະໝັກ​ໃຈບໍລິຈາກ​ເງິນສະໜັບສະໜູນ ​ແລະ ຮອດ​ມື້​ນີ້, ພວກ​ຂ້າພະ​ເຈົ້າ​ໄດ້ນ​ຳເອົາເງິນ​ບໍລິຈາກ​ສ່ວນ​ໜຶ່ງ​ມາຊ່ວຍ​ເຫຼືອ​ດ້ານ​ວັດຖຸໃຫ້​ແກ່​ພະນັກງານນັກ ຮົບ​ ທີ່​ພວມ​ປະຕິບັດ​ໜ້າ​ທີ່ຢູ່​ທະ​ເລ, ໝູ່​ເກາະ”.

        ທີ່​ພິທີ​ມອບຮັບ​ເງິນ​ບໍລິຈາກ, ພົນ​ຈັດຕະວາ ຮ່ວາງ​ວັນ​ດົ່ງ, ຮອງຫົວໜ້າ​ກຳມະການ ການ​ເມືອງ, ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ​ຫວຽດນາມ​ຢືນຢັນ​ວ່າ, ​ເຖິງ​ວ່າ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່​ກຳລັງ​ກວດກາ​ການ​ປະມົງ ​ແລະ ຕຳຫຼວດ​ທະ​ເລ​ຈະ​ປະຕິບັດ​ບັນດາ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ ​ແລະ ​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ​ແຫ່ງ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​ໄວ້​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ