ພາບປະກອບ
|
(vovworld) – ກອງປະຊຸມຄັ້ງທີ 14 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 11 ຖືກອັດລົງໃນຕອນບ່າຍວັນທີ 13/1 ແລະ ອອກແຈ້ງການໃຫ້ຮູ້ວ່າ: ກອງປະຊຸມບັນລຸຜົນສຳເລັດຢ່າງຈົບງາມ. ກອງປະຊຸມຖືກດຳເນີນໄປໃນແຕ່ວັນທີ 11 – 13/1, ໄດ້ປະຕິບັດສຳເລັດທຸກເນື້ອໃນໂຄງການທີ່ໄດ້ວາງອອກ, ໃນນັ້ນສຸມໃສ່ປຶກສາຫາລື, ຮັບຮອງເອົາແຜນນະໂຍບາຍລົງນາມໃນສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP), ສືບຕໍ່ປັບປຸງແຜນບຸກຄະລາກອນຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຊຸດທີ 12 ແລະ ກະກຽມບຸກຄະລາກອນການນຳຫລັກແຫລ່ງຊຸດທີ 12… ທີ່ວາລະອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນ, ຢັ້ງຢືນວຽກງານການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກແມ່ນໄດ້ສຳເລັດໂດຍພື້ນຖານຖືກຕາມຈຸດໝາຍ, ຄວາມຮຽກຮ້ອງຕ້ອງການ ແລະ ແຜນການທີ່ໄດ້ວາງອອກ.
ກອງປະຊຸມຄັ້ງນີ້ສືບຕໍ່ດຶງດູດຄວາມສົນໃຈ, ການຕິດຕາມຂອງປະຊາຊົນທົ່ວປະເທດ. ທ່ານ ຫງວຽນແທງລີ໋, ນະຄອນ ບວນມາທວດ, ແຂວງ ດັກລັກ ຕີລາຄາສູງຜົນສຳເລັດຂອງກອງປະຊຸມ:
“ຜ່ານຂໍ້ສະຫລຸບຂອງທ່ານເລຂາທິການໃຫຍ່, ຂ້າພະເຈົ້າເຫັນວ່າມີ 2 ບັນຫາໃຫຍ່. ບັນຫາທີ່ໜຶ່ງແມ່ນບັນຫາເຊື່ອມໂຍງ TPP, ບັນຫາທີສອງແມ່ນສະຫລຸບກອງປະຊຸມຄັ້ງທີ 14 ຊຸດທີ 11. ຂ້າພະເຈົ້າເຫັນວ່າກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຢ່າງຈົບງາມ. ບັນຫາໄດ້ຮັບການປຶກສາຫາລືຢ່າງມີປະຊາທິປະໄຕ, ເປີດເຜີຍເລິກເຊິ່ງ ແລະ ກ້ວາງຂວາງ”
ປະຊາຊົນນະຄອນ ໂຮ່ຈີມິນ ຫລາຍຄົນທີ່ມີຄວາມພາກພູມໃຈ ແລະ ຕີລາຄາສູງວຽກງານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 12 ຂອງພັກຢ່າງລອບຄອບຖີ່ຖ້ວນ. ທ່ານ ຟ້າມບ໋າຫຼື, ຢູ່ນະຄອນ ໂຮ່ຈີມິນ, ຖືວ່າ:
“ກອງປະຊຸມໄດ້ກະກຽມບຸກຄະລາກອນໃຫ້ແກ່ກົມການເມືອງ, ຄະນະເລຂາ, ພິເສດແມ່ນກະກຽມບຸກຄະລາກອນໃສ່ບັນດາຕຳແໜ່ງການນຳຫລັກແຫລ່ງຂອງພັກ ແລະ ລັດ ຈະມາເຖິງ. ເລື່ອງເຫັນດີເປັນເອກະສັນໃນກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມເປັນເອກະພາບຂອງສູນກາງ ແລະ ຄວາມຮັບຜິດຊອບຂອງແຕ່ລະບຸກຄົນທີ່ດຳລົງຕຳແໜ່ງການນຳຫລັກແຫລ່ງເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງທີ 12 ໄດ້ຮັບໄຊຊະນະ”