ເຖິງວ່າຜົນຕົກກໍ່ຕາມ ແຕ່ປະຊາຊົນເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນເປັນຈຳນວນຫຼາຍ
(vovworld) - ຕອນເຊົ້າວັນທີ 2/9, ປະຊາຊົນນັບພັນຄົນທີ່ມາຈາກທຸກແຖບຖີ່ນຂອງປະເທດໄດ້ມາສະໜາມຫຼວງບາດິ່ງປະຫວັດສາດ ແລະ ເຂົ້າສຸສານໄຫວ້ອາໄລປະທານໂຮ່ຈີມິນ. ດ້ວຍຄວາມເອກອ້າງທະນົງໃຈເມື່ອໄດ້ມາສະຖານທີ່ກ່ອນນີ້ 69 ປີ ທ່ານປະທານໂຮ່ຈີມິນອ່ານຖະແຫຼງການປະກາດເອກະລາດ, ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປະຈຸບັນແມ່ນປະເທດ ສສ ຫວຽດນາມ. ທ່ານ ເຈິ່ນວັນຮ່ວາງ, ຊາວຊົນເຜົ່າໄຕ່, ຢູ່ແຂວງ ທ໋າຍງວຽນ, ໃຫ້ຮູ້ວ່າ:
“ສະເຫຼີມສະຫຼອງວັນສະຖາປະນາປະເທດທີ 2/9, ຂ້າພະເຈົ້າພາກພູມໃຈທີ່ສຸດເມື່ອມີໜ້າຢູ່ທີ່ນີ້, ເພາະວ່າລຸງໄດ້ເຮັດໃຫ້ປະຊາຊົນມີຄວາມອິ່ມໜຳສຳລານ, ມີຄວາມຜາສຸກ, ທຸກຄົນລ້ວນແຕ່ຈົດຈຳບຸນຄູນຂອງລຸງໂຮ່“.
ສ່ວນນັກຮົບເກົ່າ ຮ່ວາງວັນເຕົ໋າ, ອາຍຸ 80 ປີ, ມາຈາກແຂວງກາວບັ່ງ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຂົ້າໄຫວ້ອາໄລເພິ່ນເທື່ອນີ້ແມ່ນເທື່ອທີ 2 ແລ້ວ, ເຖິງວ່າຈະໄປ 10 ເທື່ອຂ້າພະເຈົ້າກໍ່ຍັງຢາກໄປອີກ. ເມື່ອຍັງມີຊີວິດຂ້າພະເຈົ້າຍັງໄປໄຫວ້ອາໄລເພິ່ນ, ຍ້ອນປະທານໂຮ່ຈີມິນແມ່ນຜູ້ທີ່ຂ້າພະເຈົ້າເຄົາລົບນັບຖືກວ່າໝູ່. ໃນຄອບຄົວຂ້າພະເຈົ້າກໍ່ມີແທ່ນບູຊາເພິ່ນຢູ່“.