ປະຊາຊົນນັບໝື່ນຄົນມາ ໄຫວ້ອາໄລພົນເອກ ຫວໍງວຽນຢາບ ໃນໂອກາດຕົ້ນປີ
(ປະຊາຊົນກວ່າ 6 ໝື່ນຄົນມາໄຫວ້ອາໄລ ແລະ
ຖະຫວາຍທູບທຽນຢູ່ເຂດສຸສານພົນເອກ ຫວໍຫງວຽນຢາບ)
(vovworld) – ນັບແຕ່ວັນທີ 1-8 ຂອງບຸນປີໃໝ່, ປີມະເມຍ, ໄດ້ມີ 1ໝື່ນກວ່າຄະນະ, ດ້ວຍປະຊາຊົນກວ່າ 6 ໝື່ນຄົນມາໄຫວ້ອາໄລ ແລະ ຖະຫວາຍທູບທຽນຢູ່ເຂດສຸສານພົນເອກ ຫວໍຫງວຽນຢາບ, ໃນແຂວງກວາງບິ່ງ. ພັນຕີ ຟານແທງບົງ, ຫົວໜ້າປ້ອມປ້ອງກັນຊາຍແດນ ຣ່ອນ, ແຂວງ ກວາງບິ່ງ, ໃຫ້ຮູ້ວ່າ:
“ປ້ອມປ້ອງກັນຊາຍແດນ ຣ່ອນ ໄດ້ວາງແຜນການປົກປັກຮັກສາທົ່ວເຂດສຸສານພົນເອກ ແລະ ແນະນຳໃຫ້ນັກທ່ອງທ່ຽວມາຢ້ຽມຢາມໃນຊຸມວັນປີໃໝ່ປະຈຳຊາດ. ກອງບັນຊາການທະຫານປ້ອງກັນຊາຍແດນແຂວງກວາງບິ່ງ ໄດ້ເພີ່ມທະຫານໝູ່ໜຶ່ງມາຊ່ວຍປ້ອມປ້ອງກັນຊາຍແດນ ເພື່ອປະຕິບັດສຳເລັດໜ້າທີ່ປ້ອງກັນຄວາມສະຫງົບ ແລະ ແນະນຳແຂກທ່ອງທ່ຽວ,ວາງດອກໄມ້, ຈູດທູບທຽນໄຫວ້ອາໄລພົນເອກ ຫວໍງວຽນຢາບ .“
ພົນເອກຫວໍງວຽນຢາບ ໄດ້ເຖິງແກ່ມໍລະນະກຳໃນວັນທີ 4/10/2013, ລວມອາຍຸ 103 ປີ, ທ່ານແມ່ນຜູ້ທີ່ມີຄວາມສຳຄັນໃນປະຫວັດສາດຫວຽດນາມ ໃນສະຕະວັດທີ 20, ມີແຕ່ຖັດຈາກປະທານໂຮ່ຈີມິນເທົ່ານັ້ນ.