(vovworld) – ໜຶ່ງໃນບັນດາບັນຫາສຳຄັນທີ່ໄດ້ນຳມາປຶກສາຫາລືຢູ່ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພວມດຳເນີນໄປຢູ່ຮ່າໂນ້ຍ ແມ່ນວຽກງານກະກຽມ ບຸກຄະລາກອນໃຫ້ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຄວາມຫວັງວ່າ ກອງປະຊຸມຄັ້ງນີ້ຈະກວດກາຢ່າງລະອຽດມາດຕະຖານ, ໂຄງປະກອບເພື່ອເຫັນດີເປັນເອກະພາບຕໍ່ຖັນແຖວພະນັກງານຄັ້ງທີ 12, ຕອບສະໜອງຄວາມຮຽກຮ້ອງຂອງຍຸກສະໄໝຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ. ທ່ານ ຫງວຽນຕຸກ, ກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເຫັນວ່າ.
“ຫວັງວ່າ, ດ້ວຍວິທີປະຕິບັດຄືປະຈຸບັນຂອງພັກໃນການບຳລຸງສ້າງ, ຝຶກອົບຮົມ, ຝຶກຝົນຫຼໍ່ຫຼອມພະນັກງານຜ່ານພຶດຕິກຳຕົວຈິງ, ພວກເຮົາຈະມີຖັນແຖວພະນັກງານດີກວ່າ. ຖ້າຢາກໃຫ້ດີກວ່າອີກ, ສຳລັບບັນດາພະນັກງານທີ່ໄດ້ຮັບການບຳບຸງສ້າງ, ຄັດເລືອກແລ້ວ, ກົມການເມືອງ, ຄະນະເລຂາຕ້ອງກວດກາຄືນ ຜ່ານຄວາມໄວ້ວາງໃຈຂອງບັນດາອົງການການເມືອງ, ສັງຄົມ ແລະ ຂອງປະຊາຊົນ”.
ທ່ານຮອງສາດສະດາຈານ, ດ.ຣ ຫງວຽນກ໋ວກບາວ, ຄູສອນຂັ້ນສູງ, ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຖືວ່າ: ກອງປະຊຸມສູນກາງຄັ້ງທີ 11 ເຕື້ອງເຖິງວຽກງານພະນັກງານຍຸດທະສາດແມ່ນມີຄວາມໝາຍສຳຄັນພິເສດ, ບໍ່ພຽງແຕ່ຕິດພັນກັບໜ້າທີ່ການເມືອງຂອງພັກເທົ່ານັ້ນ, ຫາກຍັງກ່ຽວຂ້ອງເຖິງພາລະກິດປ່ຽນໃໝ່ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ເຊ່ືອມໂຍງເຂົ້າກັບສາກົນອີກດ້ວຍ.
“ບັນດາພະນັກງານເຂົ້າຮ່ວມຊຸດບຳລຸງສ້າງເປັນພະນັກງານຫຼັກແຫຼ່ງ ລ້ວນແຕ່ໄດ້ຮັບການຄັດເລືອກຈາກຂັ້ນຮາກຖານຜ່ານວິວັດການທົດສອບ ແລະ ສູ້ຊົນ. ຂ້າພະເຈົ້າເຫັນວ່າ, ວຽກງານບຳລຸງສ້າງພະນັກງານແມ່ນລອບຄອບຖີ່ຖ້ວນ. ບໍ່ພຽງແຕ່ແມ່ນຮຽນວິຊາທິດສະດີ ມາກເລນິນ, ແນວທາງຂອງພັກເທົ່ານັ້ນ, ຫາກຍັງໄດ້ຮຽນບັນດາຫົວເລື່ອງສະເພາະຕິດພັນກັບພຶດຕິກຳຕົວຈິງທີ່ພວມໄດ້ວາງອອກຄື: ເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການທູດ…ອີກດ້ວຍ. ເລື່ອງບຳລຸງສ້າງດັ່ງກ່າວໄດ້ສ້າງເປັນຖັນແຖວພະນັກງານທີ່ມີລະດັບຄວາມຮູ້, ມີກຳລັງຄວາມສາມາດ ແລະ ມີຄວາມຮູ້ທາງດ້ານພຶດຕິກຳຕົວຈິງ”.