ປະຊາຊົນລັດເຊຍ ຈະສົນທະນາໂດຍກົງກັບທ່ານປະທານາທິບໍດີ Putin ໃນວັນທີ 16/04
(ທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin)
(vovworld) – ການສົນທະນາໂດຍກົງລະຫວ່າງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ກັບປະຊາຊົນລັດເຊຍ ໄດ້ຮັບການປະຕິບັດຜ່ານລະບົບອິນເຕີແນັດ, ກະຈາຍສຽງ, ໂທລະພາບ ແລະ ອີແມວ. ນີແມ່ນການເຄື່ອນໄຫວປະຈຳປີ ແລະ ໄດ້ດຶງດູດຄວາມສົນໃຈຈາກປະຊາຊົນລັດເຊຍ. ບັນດາຄຳຖາມຂອງປະຊາຊົນຈະສຸມໃສ່ເນື້ອໃນທີ່ເຄັ່ງຮ້ອງຂອງປະເທດຊາດຄື: ການຮັບປະກັນຊີວິດສັງຄົມ ແລະ ເຮືອນຢູ່; ຜົນກະທົບຈາກການລົງໂທດສຳລັບພື້ນຖານເສດຖະກິດລັດເຊຍ. ບັນດາບັນຫາການເມືອງ ກໍ່ໄດ້ຮັບຄວາມສົນໃຈ, ໃນນັ້ນມີຫຼາຍຄຳຖາມກ່ຽວຂ້ອງເຖິງຢູແກຼນ.
ການເຈລະຈາໂດຍກົງກັບປະຊາຊົນໃນປີນີ້ ແມ່ນປີທີ 13 ຂອງທ່ານ Putin ຢູ່ໃນຖານະຕຳແໜ່ງສູງສຸດຂອງປະເທດຄືປະທານາທິບໍດີ ແລະ ນາຍົກລັດຖະມົນຕີ.