ປະຊາຊົນໄວ້ເນື້ອເຊື່ອໃຈຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່

ປະຊາຊົນໄວ້ເນື້ອເຊື່ອໃຈຕໍ່ຄະນະບໍລິຫານງານສູນກາງພັກຊຸດໃໝ່ - ảnh 1
(ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12
ຂອງ​ພັກ​ກອມມູນິດ ຫວຽດນາມ)

(vovworld) - ​ ວັນ​ທີ 27/01, ຄະນະ​ບໍລິຫານງານ​ສູນ​ກາງ​ພັກຊຸດ​ທີ 12 ຈັດ​ຕັ້ງ​ກອງປະຊຸມ​ຄັ້ງ​ທີ 1 ​ເພື່ອ​ເລື​ອກຕັ້ງ ​ກົມ​ການ​ເມືອງ, ​ເລຂາທິການ​ໃຫຍ່, ຄະນະ​ເລຂາທິການ, ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຫົວ​ໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ. ໝາກຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ ກົມ​ການ​ເມືອງ, ​ເລ​ຂາ​ທິການ​ໃຫຍ່, ຄະນະ​ເລ​ຂາ​ທິການ, ຄະນະ​ກຳມະການ​ກວດກາ​ສູນ​ກາງ, ຫົວໜ້າ​ຄະນະ​ກຳມະການ​ກວດກາ​ສູນ​ກາງ ຈະ​ໄດ້​ຮັບ​ການ​ປະກາດ​ຈາກ​ວາລະ​ອັດ​ກອງ​ປະຊຸມ​ໃຫຍ່ ​ໃນ​ຕອນ​ເຊົ້າ​ວັນ​ທີ 28/01. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ເຮັດ​ວຽດທີ 6 (26/01), ກອງ​ປະຊຸມ​ໃຫຍ່​ໄດ້​ປ່ອນ​ບັດ​ປິດລັບ ​ເລືອກ​ຕັ້ງ​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ລວມມີ​ກຳມະການ 200 ທ່ານ, ​ໃນ​ນັ້ນ ກຳມະການ​ສົມບູນ 180 ທ່ານ, ກຳມະການ​ສຳຮອງ 20 ທ່ານ.

        ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມມູນິດ ຫວຽດນາມ ປະ​ກາດ​ບັນຊີ​ລາຍ​ຊື່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12, ປະຊາຊົນ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​​ໃຈ​ຕໍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊຸດ​ທີ 12. ທ່ານ ​ແທ້​ກທາຍ ປະທານ​ສະມາຄົມຊາວ​ກະສິກອນ​ແຂວງ ຊ໋ອກຈັງ ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ຊາດ​ຈະ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ຈະ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ໂດຍ​ໄວ. ທ່ານ ​ແທ້​ກທາຍ ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ຫວັງ​ວ່າ ​ໃນ​ອາຍຸ​ການ​ນີ້ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ໃໝ່ ຈະ​ບໍລິຫານ​ແນວ​ໃດ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ຊາວ​ກະສິກອນ. ຄົ້ນ​ຫາ​ຕະຫລາດ​ຫລາຍ​ແຫ່ງ​ໃຫ້​​ແກ່ຜະລິດ​ຕະພັນກະ​ເສດ ພິ​ເສດ​ແມ່ນ​ເຂົ້າສານ, ສິນ​ໃນ​ນ້ຳ ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນ​ຜະລິດມີ​ຜົນ​ກຳ​ໄລ”.

        ປະຊາ​ຄົ​ມຊາວ ຫວຽດນາມ ອາ​ໄສ​ຢູ່ ສາທາລະນະ​ລັດ ​ເຊັກ​ໂກ ​ເຊື່ອ​ໝັ້ນ​ວ່າ: ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ແມ່ນ​ບັນດາ​ຜູ້​ທັງ​ມີ​ຄຸນສົມບັດ ​ແລະ ທັງ​ມີ​ຄວາມ​ເກັ່ງກ້າ​ສາມາດ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ທ່ານ ຮ່ວາງ​ດິ່ງ​ທັ໋ງ ປະທານ​ສະມາຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ສ​.ເຊັກ​ໂກ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​​ແມ່ນ​ເຫດການ​ການ​ເມືອງ​ສຳຄັນພິ​ເສດ​ສຳລັບ​ປະ​ເທດ​ຊາດ ​ແລະ ຈະວາງອອກກຳນົດ​ທິດ​ໃຫ້ການ​ພັດທະນາ​ຂອງ​ປະ​ເທດ​ຊາດ ກໍ່​ຄື​ທີ່​ຕັ້ງ​ຂອງ ຫວຽດນາມ ບົນ​ເວທີ​ສາກົນ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ