ປະດັບຫລຽນໄຊ,ຫລຽນກາໃຫ້ແກ່ພະນັກງານ, ຜູ້ຊ່ຽວຊານ,ທະຫານອາສາສະໝັກຫວຽດນາມ
ພິທີປະດັບຫລຽນໄຊ, ຫລຽນກາ
ພາບ:baomoi.com
|
(vovworld)- ວັນທີ 28/2 ຢູ່ແຂວງ ລ້າງເຊີນ ໄດ້ຈັດຕັ້ງ ພິທີປະດັບຫລຽນໄຊ,ຫລຽນກາຂອງ ສປປ ລາວໃຫ້ແກ່ພະນັກງານ,ຜູ້ຊ່ຽວຊານ, ທະຫານອາສາສະໝັກຫວດຍນາມ ຢູ່ ແຂວງ ລ້າງເຊີນ. ກ່າວຄຳເຫັນນະພິທີ, ທ່ານ ຟ້າມງອກເຖືອງ ປະທານຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ໃຫ້ຮູ້ວ່າ:ເພື່ອຮັບຮູ້ຄຸນງາມຄວາມດີຂອງບັນດາທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານການທະຫານຫວຽດນາມ ທີ່ໄດ້ຊ່ວຍເຫລືອການປະຕິວັດລາວໃນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ພັກ, ລັດ ສປປ ລາວ ໄດ້ປະດັບຫລຽນໄຊ, ຫລຽນກາ, ຫລຽນກາທີ່ລະນຶກຫລາຍຫລຽນໃຫ້ແກ່ພະນັກງານ, ຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ. ເນື່ອງໃນໂອກາດສະເຫລີມສະຫລອງ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (1962-2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື ຫວຽດນາມ - ລາວ (1977-2017), ປະທານປະເທດ ສປປ ລາວ ໄດ້ມອບຫລຽນໄຊ, ຫລຽນກາ, ຫລຽນກາທີ່ລະນຶກເກືອບ 9000 ຫລຽນໃຫ້ແກ່ພະນັກງານ, ຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມ, ໃນນັ້ນ ແຂວງ ລ້າງເຊີນມີ 73 ຄົນ.