ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຄຳເຫັນຂອງທ່ານປະທານາທິບໍດີ ສ. ເກົາຫຼີ

(VOVWORLD) - ບັນຫານີ້, ວັນທີ 9 ມິຖຸນາ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໄດ້ມີການພົບປະກັບຜູ້ຕາງໜ້າສະຖານທູດ ສ. ເກົາຫຼີ ປະຈຳ ຫວຽດນາມ
ປະຕິກິລິຍາຂອງ ຫວຽດນາມ ກ່ຽວກັບຄຳເຫັນຂອງທ່ານປະທານາທິບໍດີ ສ. ເກົາຫຼີ - ảnh 1 ພາບປະກອບ

ວັນທີ 12 ມິຖຸນາ, ເມື່ອຕອບສຳພາດຕໍ່ນັກຂ່າວ ສະເໜີໃຫ້ຮູ້ທັດສະນະຂອງ ຫວຽດນາມ ຕໍ່ເລື່ອງວັນທີ 6 ມິຖຸນາ, ທ່ານປະທານາທິບໍດີ ສ. ເກົາຫຼີ Moon Jae in ກ່າວຄຳເຫັນເຊີດຊູບັນດາ “ຜູ້ມີຄຸນງາມຄວາມດີ” ສ. ເກົາຫຼີ ທີ່ເຂົ້າຮ່ວມສົງຄາມຢູ່ຕ່າງປະເທດ ໃນນັ້ນມີສົງຄາມຢູ່ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ, ໃຫ້ຮູ້ວ່າ: ບັນຫານີ້, ວັນທີ 9 ມິຖຸນາ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໄດ້ມີການພົບປະກັບຜູ້ຕາງໜ້າສະຖານທູດ ສ. ເກົາຫຼີ ປະຈຳ ຫວຽດນາມ. ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນມິດຕະພາບກັບທຸກໆປະເທດ, ໃນນັ້ນມີ ສ. ເກົາຫຼີ. ການນຳ 2 ປະເທດ ບັນລຸໄດ້ຄວາມຮັບຮູ້ລວມ ກ່ຽວກັບການລື່ມອະດິດຕະການ, ມຸ່ງໄປເຖິງອະນາຄົດ. ລັດຖະບານ ຫວຽດນາມ ສະເໜີໃຫ້ລັດຖະບານ ສ. ເກົາຫຼີ ບໍ່ມີການກະທຳ ແລະ ກ່າວຄຳເຫັນກໍ່ຄວາມເສຍຫາຍເຖິງນ້ຳໃຈຂອງປະຊາຊົນ ຫວຽດນາມ, ສົ່ງຜົນກະທົບຫຍໍ້ທໍ້ເຖິງການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ