ປະຕິກິລິຍາຂອງປະຊາຄົມສາກົນຕໍ່ເຫດເຮືອບິນ MH17ຕົກ
ບ່ອນເຮືອບິນຕົກ
(ພາບ:Reuters)
(vovworld) - ໃນຂະນະທີ່ວຽກງານຊອກຫາບັນດາຂໍ້ມູນກ່ຽວກັບຜູ້ປະສົບເຄາະຮ້າຍພວມດຳເນີນໄປຢ່າງຮີບເຮັ່ງນັ້ນ. ອົງການຕຳຫຼວດສາກົນ Interpol ໄດ້ຈັດສົ່ງຜູ້ຊ່ຽວຊານເຖິງ ຢູແກຼນ, ຊ່ວຍເຫຼືອໃນການກຳນົດຂໍ້ມູນທີ່ກ່ຽວຂ້ອງເຖິງຜູ້ປະສົບເຄາະຮ້າຍ. ແລະ ໃນວັນທີ 19/7, ອົງການນີ້ໄດ້ຕິດຕາມເລື່ອງມອບສົ່ງສົບຂອງຜູ້ປະສົບເຄາະຮ້າຍໃຫ້ເຈົ້າໜ້າທີ່ບັນດາປະເທດທີ່ກ່ຽວຂ້ອງ.
ຕອນຄຳ່ວັນທີ 18/7, ສະພາຄວາມໝັ້ນຄົງ ສປຊ ໄດ້ຖະແຫຼງຮຽກຮ້ອງດຳເນີນການສືບສວນສາກົນຢ່າງຄົບຖ້ວນ, ຈະແຈ້ງ ແລະ ເຖິງຖອງສຳລັບເຫດເຮືອບິນ MH17 ຂອງບໍລິສັດການບິນແຫ່ງຊາດມາເລເຊຍ ຖືກຕົກຢູ່ ຢູແກຼນ ໃນວັນທີ 17/7. ກ່າວຄຳເຫັນທີ່ວາລະປະຊຸມນີ້ຂອງສະພາຄວາມໝັ້ນຄົງ ສປຊ. ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈູງ, ຫົວໜ້າຄະນະຫວຽດນາມປະຈຳ ສປຊ ຢືນຢັນວ່າ, ຫວຽດນາມຍາມໃດກໍ່ຮຽງບ່າຮຽງໄລ່ກັບລັດຖະບານ ແລະ ປະຊາຊົນມາເລເຊຍບົນຈິດໃຈສາມັກຄີ ຕໍ່ໜ້າເຫດການທີ່ໜ້າເສຍດາຍນີ້. ຫວຽດນາມຮຽກຮ້ອງບັນດາເຈົ້າໜ້າທີ່ກ່ຽວຂ້ອງຈົ່ງມີການກະທຳ, ມີຄວາມຮັບຜິດຊອບຕໍ່ຄອບຄົວບັນດາຜູ້ປະສົບເຄາະຮ້າຍຢ່າງໄວວາ ແລະ ມີປະສິດທິຜົນ.
ທ່ານນາຍົກລັດຖະມົນຕີມາເລເຊຍ Nariv Rajak ຖະແຫຼງວ່າ, ປະເທດນີ້ຈະຊອກຫາສາຍເຫດພາໄປເຖິງອຸປະຕິເຫດການບິນນີ້ໃຫ້ໄດ້. ບັນດາປະເທດຮອນລັງ, ອົດສະຕາລີ ກໍ່ມີການກະທຳຊຸກຍູ້ການສືບສວນຢ່າງພາວະວິໄສ ແລະ ບໍລິສຸດ. ວັນທີ 17/7, ລັດຖະມົນຕີການຕ່າງປະເທດເຢຍລະມັນ, ຝລັ່ງ, ໂປໂລຍ ໄດ້ອອກຖະແຫຼງການຮ່ວມກ່ຽວກັບສະພາບການຢູ່ ຢູແກຼນທີ່ກ່ຽວຂ້ອງເຖິງເຫດເຮືອບິນຕົກ, ໃນນັ້ນຮຽກຮ້ອງດຳເນີນການສຳຫຼວດສາຍເຫດ ແລະ ສະພາບທີ່ເກີດອຸປະຕິເຫດດັ່ງກ່າວຢ່າງເຖິງຖອງ, ພ້ອມທັງຮຽກຮ້ອງໃຫ້ຝ່າຍຕ່າງໆຢຸດຍິງໃນທັນທີ ແລະ ສ້າງເງື່ອນໄຂເພື່ອໃຫ້ບັນດາກຳລັງສາກົນສຳພັດກັບບ່ອນທີ່ເຮືອບິນຕົກ.