ປະຕິກິລິຍາຂອງປະເທດ ຕ່າງໆກ່ຽວກັບເລື່ອງ ອີຣານເຂົ້າຮ່ວມກອງ ປະຊຸມເຊີແນວ 2


ປະຕິກິລິຍາຂອງປະເທດ ຕ່າງໆກ່ຽວກັບເລື່ອງ ອີຣານເຂົ້າຮ່ວມກອງ ປະຊຸມເຊີແນວ 2 - ảnh 1

ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ Sergei Lavrov

(ພາບ:baomoi.com)

 (vovworld)- ​ ​ວັນທີ 20/1, ທ່ານ​ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ ປະກາດ​ວ່າ, ທ່າ​ທີ​ໄຮ້​ເຈດ​ຕະນາ​ດີ​ຂອງ​ຝ່າຍ​ຄ້ານ​ຊີຣີ ທີ່​ມີ​ຕໍ່​ເລື່ອງ ອີຣານ ເຂົ້າຮ່ວມກອງປະຊຸມສັນຕິພາບເຊີແນວ 2 ຊື່​ງຄາດ​ວ່າ​ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ສະ​ວິດ​ໃນ​ວັນ​ທີ 22/1 ​ແມ່ນ “ບໍ່​ເໝາະ​ສົມ“. ທ່ານ​ລັດຖະມົນຕີ Sergei Lavrov ຊີ້​ແຈງ​ວ່າ: ກ່ວາ 40 ປະ​ເທດ​ໄດ້​ຮັບ​ຄຳ​ເຊີ​ນ​ເຂົ້າຮ່ວມກອງປະຊຸມສັນຕິພາບ ເຊີແນວ 2 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຢຸດຕິ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ​ແລະ​ຖ້າ​ຫາກ​ວ່າ​ອີຣານ ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້, ວາລະ​ປະຊຸມ​ຄົບ​ຄະນະ​​ຈະປຽບ​ເໝືອນ​ການ​ລະ​ຫຼີ້ນ. ຕາມ​ທ່ານ​ແລ້ວ, ລັດຖະບານ​ຊີຣີ ຕົກລົງ​ຈະ​ເຂົ້າຮ່ວມ​ການ​ເຈລະຈາ​ແຕ່​ບໍ່​ຍົກ​ອອກ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດ​ໃດ, ສະນັ້ນ, ບັນດາ​ປະ​ເທດ​ໜູນ​ຊ່ວຍ​ດ້ານ​ການ​ເງິນ​ໂດຍ​ກົງ ​ແລະ​ ປະກອບ​ອາວຸດ​ໃຫ້​ແກ່ກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ ກໍ່​ຕ້ອງ​ມີ​ການ​ກະທຳ​ເຊັ່ນ​ດຽວ​ກັນ. ຄວາມ​ໝາຍ​ຂອງ​ການ​ເຈລະຈາ​ຄັ້ງຕ່າງໆ​ນີ້ ​ແມ່ນ​ຢາກ​ໃຫ້​ທຸກໆ​ຝ່າຍ​ປຶກສາ​ຫາລື​ນຳ​ກັນ​ເພື່ອ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ຊີຣີ.

  ​ໃນ​ວັນ​ດຽວ​ກັນ, ອີກ​ເທື່ອໜຶ່ງ, ຈີນ​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ກ່ຽວ​ຂ້ອງ​ເຖິງການ​ປະ​ທະ​ກັນ​ຢູ່​ຊີຣີ ຈົ່ງ​ຕັ້ງໜ້າ​ເຂົ້າຮ່ວມ​ກອງ​ປະຊຸມ​ນີ້ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ປະຕິບັດ​ຖະ​ແຫຼ​ງການ​ເຊີ​​ແນວ ຢ່າງຮອບດ້ານ, ດຸ່ນດຽງ ​ແລະ ມີ​ປະສິດທິ​ຜົນ.

  ​ໃນ​ຂະນະ​ນັ້ນ, ​ເຈົ້າໜ້າ​ທີ່​ຂັ້ນສູງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ວໍ​ຊິງ​ຕັນ ພວມ​ປຶກສາ​ຫາລື​ກັບ ສປຊ ກ່ຽວ​ກັບ “ຄຳ​ເຊີນ​ຢ່າງ​ກະທັນຫັນ“ ຂອງ​ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ທີ່​ມີ​ຕໍ່​ອີຣານ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ: ສປຊ ​ຈະ​ຖອນ​ຄືນ​ຄຳ​ເຊີນ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ