ປະຕິກິລິຍາຂອງສາກົນຕໍ່ເລື່ອງສປປເກົາຫຼີດຳເນີນການທົດລອງນິວຄະເລຍ

ປະຕິກິລິຍາຂອງສາກົນຕໍ່ເລື່ອງສປປເກົາຫຼີດຳເນີນການທົດລອງນິວຄະເລຍ - ảnh 1
ສະຖານທີ່ທົດ​ລອງ​ນິວຄະ​ເລຍຄັ້ງ​ໃໝ່​ສຸດ​ຂອງ ສປປ​ເກົາຫຼີ​ 
(ພາບ: Reuters)

(vovworld) - ວັນ​ທີ 10/9, ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມ ​ເຫດ​ທົດ​ລອງ​ນິວຄະ​ເລຍຄັ້ງ​ໃໝ່​ສຸດ​ຂອງ ສປປ​ເກົາຫຼີ​  ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ມີ​ມະຕິ​ໂດຍ​ໄວ​ເພື່ອ​ໂຕ້​ຕອບ​ການ​ກະທຳ​ນີ້.

        ກ່ອນ​ໜ້າ​ນັ້ນ, ອາ​ເມ​ລິ​ກາ, ອັງກິດ ​ແລະ ຝລັ່ງ ​ໄດ້​ຊຸກຍູ້ ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ໃໝ່​ຕໍ່ ສປປ ​ເກົາຫຼີ, ພາຍຫຼັງ​ເຫດ​ທົດ​ລອງ​ນິວຄະ​ເລຍ​ຄັ້ງ​ທີ 5 ຂອງ​ປະ​ເທດນີ້ ໃນ​ວັນ​ທີ 10/9. ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ, ​ເຫດ​​ຍິງ​ລູກ​ສອນ​ໄຟ​ຫົວ​ນິວຄະ​ເລຍທົດ​ລອງ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ກວດ​ກຳລັງ​ທຳລາຍ​ຂອງ​ຫົວ​ນິວຄະ​ເລຍ​ທີ່​ຫາ​ກໍ່​ພັດທະນາ, ພ້ອມ​ທັງ​ຢືນຢັນ “ນີ້​ຈະ​ແມ່ນ​ເຕັກ​ໂນ​ໂລ​ຢີປະກອບ​ຫົວ​ນິວຄະ​ເລຍ​ໃສ່​ລູກ​ສອນ​ໄຟ​ນຳ​ວິຖີ​ລະດັບ​ສູງ​ກວ່າ​ຂອງ ສປປ ​ເກົາຫຼີ  ຢ່າງ​ແນ່ນອນ“.

ຂ່າວ/ບົດ​ອື່ນ