ປະຕິກິລິຍາຂອງໂລກຕໍ່ການຍິງລູກສອນໄຟຂອງສປປ.ເກົາຫຼີ

ປະຕິກິລິຍາຂອງໂລກຕໍ່ການຍິງລູກສອນໄຟຂອງສປປ.ເກົາຫຼີ - ảnh 1
(ພາບ​ປະ​ກອບ: Reuteurs)

(vovworld) - ​ວັນ​ທີ 16/04, ສຳ​ນັກ​ຂ່າວ​ສານ Yonhap ໄດ້​ຄັດ​ຄຳ​ເວົ້າ​ຂອງ​ບັນ​ດາ​ເ​ຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ສ.ເກົາ​ຫຼີ ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ, ລູກ​ສອນ​ໄຟ​ເຊິ່ງ​ສ​ປ​ປ.ເກົາ​ຫຼີ ຍິງ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ​ອາດ​ຈະ​ແມ່ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ KN – 15, ​ປະ​ເພດດຽວ​ກັນ​​ກັບ​ລູກ​ສອນ​ໄຟ​ເຊິ່ງ​ໄດ​້​ຍິງ​ເມື່ອ​ຕົ້ນ​ເດືອນ 04 ນີ້. ໃນ​ຂະ​ນະ​ນັ້ນ, ສຳ​ນັກ​ຂ່າວ​ສານ Reuters ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ໂດຍ​ບໍ່​​ເຜີຍຊື່​​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ລູກ​ສອນ​ໄຟ​ເຊິ່ງ​ສ​ປ​ປ.ເກົາ​ຫຼີ ຫາກໍ່​ຍິງ​ຖືກ​ປະ​ຊາ​ໄຊນັ້ນ, ອາດ​ຈະບໍ່​ແມ່ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ. ​ມີເຈົ້າ​ໜ້າ​ທີ່​ຜູ້​ອື່ນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ລູກ​ສອນ​ໄຟ​ເຊິ່ງ​ສ​ປ​ປ.ເກົາ​ຫຼີ ຫາກໍ່​ນຳ​ໃຊ້​ໄດ້​ຍິງ​ຈາກ​ໜ້າ​ດິນ.

        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ ສະ​ແດງ​ຄວາມ​ວິ​ຕົກ​ກັ​ງວົນ​​ເມື່ອ​ໄດ້​ຮັບຂ່າວ​ ສ​ປ​ປ.ເກົາ​ຫຼີ ສືບ​ຕໍ​ດຳ​ເນີນ​ກາ​ນ​ທົ​ດ​ລອງ​ລູກ​ສອນ​ໄຟ. ກ່ອນ​ໜ້ານນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດ  Boris Hohnson ໄດ້​​ເລັ່ງ​ລັດ​ພຽງ​ຢາງ ປະ​ຕິ​ບັດ​​ຕາມບັນ​ດາ​ມະ​ຕິ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຂັ້ມ​ງວດ ແລະ ຢຸດ​ຕິ​ຄວາມມັກ​ໃຫ​ຍ່​ໄ​ຝ່​ສູງ​ດ້ານ​ອາ​ວຸດ​ນິວ​ເຄຼຍ.

        ເຫດ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ໃນ​ເວ​ລ​າ 4 ໂມງ 21 ນາ​ທີວັນ​ທີ 16/04 (ຕາມ​ເວ​ລາ​ຮ່າ​ໂນ້ຍ), ຖືກ​ດຳ​ເນີນ​ພາຍ​ຫຼັງ​ສ​ປ​ປ.ເກົາ​ຫຼີ ຈັດ​ພິ​ທີ ເດີນສວນສະໜາມສະແດງກຳລັງຂະ​ໜາດ​ໃຫຍ່​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມ​ສະ​ຫຼອງ 105 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຜູ້ກໍ່​ຕັ້ງ​ລັດ, ທ່ານ​ອະ​ດີດ​ປະ​ທານ Kim Il Sung.

ຕອບກັບ

ຂ່າວ/ບົດ​ອື່ນ