ປະຕິບັດວຽກງານກະກຽມເວທີປາໄສຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງໃຫ້ສຳເລັດໂດຍພື້ນຖານ
ພາບປະກອບ
(vovworld) – ຕອນບ່າຍວັນທີ 13/10, ຢູ່ແຂວງ ຊອກຈັງ, ຄະນະຈັດຕັ້ງເວທີປາໄສ ຮ່ວມມືເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ (MDEC) - ຊອກຈັງ 2014 ໄດ້ຈັດຕັ້ງກອງປະຊຸມກັບບັນດາອະນຸກຳມະການ ແລະ ຫ້ອງການປະຈຳຄະນະຈັດຕັ້ງເວທີປາໄສເພື່ອກວດກາ, ດີເປັນເອກະພາບບັນດາວິທີຈັດຕັ້ງ, ກະກຽມໃຫ້ເຫດການສຳຄັນຂອງເຂດທົ່ງພຽງແມ່ນ້ຳເຊິ່ງຈະຈັດຕັ້ງຢູ່ແຂວງ ຊອກຈັງ. ຕາມແຜນການແລ້ວ, MDEC - ຊອກຈັງ 2014 ໂດຍຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ຊອກຈັງ ແລະ ບັນດາກະຊວງ, ຂະແໜງການສູນກາງຈັດຕັ້ງ, ເຊິ່ງຈະດຳເນີນໄປໃນລະຫວ່າງວັນທີ 5 – 7/11/2014 ດ້ວຍຫົວຂໍ້ວ່າ “ສ້າງໂຄງປະກອບກະສິກຳ - ກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນຳ້ຂອງ”. ເວທີປາໄສ MDEC ປີນີ້ເພື່ອແນໃສ່ແລກປ່ຽນ, ປຶກສາຫາລື ຍົກອອກບັນດາມາດຕະການປະຕິບັດການສ້າງໂຄງປະກອບກະສິກຳຄືນໃໝ່ - ກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຍູ້ແຮງວຽກງານສົ່ງເສີມການຄ້າ, ການລົງທຶນ, ໂຄສະນາພາບພົດ, ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງເຂດເຖິງວິສາຫະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.