ປະ​ທັບ​ໃຈ​ຕໍ່ Banyuwangi - ສະໜາມບິນ​ສີຂຽວທໍາ​ອິດ​ຢູ່ ອິນ​ໂດ​ເນ​ເຊຍ

(VOVWORLD) - Banyuwangi ແມ່່ນເມືອງໜຶ່ງນອນຢູ່ທາງພາກຕາເວັນອອກຂອງເກາະ Java ເຊິ່ງຊຸມປີມໍ່ໆມານີ້ພວມມີທ່ວງທ່າພັດທະນາກ່ຽວກັບການທ່ອງທ່ຽວ ແລະ ເສດຖະກິດ. ໜຶ່ງໃນບັນດາສະຖານທີ່ ທີ່ຊ່ວຍສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຊົມດິນແດນແຫ່ງນີ້ ນັ້ນແມ່ນ ສະໜາມບິນ Banyuwangi, ສະໜາມບິນສີຂຽວແຫ່ງທໍາອິດຢູ່ ອິນໂດເນເຊຍ. ຕໍ່ໄປນີ້ ເຊີນທ່ານຕິດຕາມບົດຂຽນຂອງ ເຮືອງຈາ - ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈໍາ ອິນໂດເນເຊຍ.

        ຈາກປ່ອງຢ້ຽມຂອງເຮືອບິນທີ່ກໍາລັງຈະລົງຈອດຢູ່ສະໜາມບິນ Banyuwangi, ແຂກທ່ອງທ່ຽວສາມາດເຫັນໄດ້ລານບິນທີ່ຢາດຊື່ຕັ້ງຢູ່ໃຈກາງທົ່ງນາທົ່ງຫຍ້າຂຽວອຸ່ມທຸມ. ສະໜາມບິນ Banyuwangi ມີກໍາລັງບັນຈຸໄດ້ເຮືອບິນຂະໜາດໃຫຍ່ (Boeing 737) 9 ລໍາ. ຕຶກອາຄານຜູ້ໂດຍສານ ແມ່ນ ຕຶກອາຄານ 2 ຊັ້ນ ດ້ວຍຫຼັງຄາມີຮູບກຸບ. ນີ້ແມ່ນການອອກແບບຂອງນັກສະຖາປະນິກທ້ອງຖິ່ນ, ໂດຍມີແຫຼ່ງບັນດານໃຈຈາກໝວກປະຈໍາເຜົ່າ Osing ທີ່ດໍາລົງຊີວິດຢູ່ແຫ່ງນີ້.

ປະ​ທັບ​ໃຈ​ຕໍ່  Banyuwangi - ສະໜາມບິນ​ສີຂຽວທໍາ​ອິດ​ຢູ່ ອິນ​ໂດ​ເນ​ເຊຍ - ảnh 1ສະໜາມບິນ Banyuwangi ມີກໍາລັງບັນຈຸໄດ້ເຮືອບິນຂະໜາດໃຫຍ່ 9 ລໍາ 

        ເມື່ອພວກຂ້າພະເຈົ້າເຂົ້າໄປໃນຕຶກອາຄານຜູ້ໂດຍສານນັ້ນກໍແມ່ນຮອດເວລາ 11 ໂມງຕອນທ່ຽງ. ບັນດາສາຍລົມເຢັນພັດມາຈາກທະເລ ພ້ອມດ້ວຍແສງແດດຈາກທໍາມະຊາດສາດສ່ອງລົງມາຈາກຊ່ອງຫວ່າງຂອງເພດານ ທີ່ໄດ້ອອກແບບຢ່າງຄ່ອງແຄ້ວນັ້ນ ໄດ້ເຮັດໃຫ້ພວກຂ້າພະເຈົ້າແປກປະຫຼາດໃຈ. ຍ້ອນການອອກແບບຢ່າງຄ່ອງແຄ້ວນນັ້ນ ໄດ້ຊ່ວຍໃຫ້ Banyuwangi ປະຢັດພະລັງງານໄດ້ຫຼາຍກວ່າ ເມື່ອທຽບໃສ່ບັນດາຕຶກອາຄານຜູ້ໂດຍສານແຫ່ງອື່ນໆ. ທ່ານ Anton Marthulas, ຜູ້ອໍານວຍການຝ່າຍບໍລິຫານ ສະໜາມບິນ Banyuwangi ໃຫ້ຮູ້ວ່່າ:

        “ສະໜາມບິນຂອງພວກຂ້າພະເຈົ້າ ແມ່ນສະໜາມບິນ ທີ່ໄດ້ມີການອອກແບບຕາມຮູບແບບເປີດ, ໂດຍນໍາໃຊ້ແຫຼ່ງພະລັງງານຈາກທໍາມະຊາດ ສະນັ້ນ ພວກຂ້າພະເຈົ້າບໍ່ຈໍາເປັນຕ້ອງນໍາໃຊ້ເຄື່ອງປັບອາກາດ ອັນໄດ້ເຮັດໃຫ້ປະຢັດແຫຼ່ງພະລັງງານຫຼາຍພໍສົມຄວນເມື່ອທຽບໃສ່ສະໜາມບິນແຫ່ງຕ່າງໆ. ຢູ່ທີ່ນີ້, ແຕ່ລະປີພວກຂ້າພະເຈົ້າ ໄດ້ເສຍຄ່າໄຟຟ້າ ພຽງແຕ່ປະມານກວ່າ 4000 USD ເທົ່ານັ້ນ”.

ປະ​ທັບ​ໃຈ​ຕໍ່  Banyuwangi - ສະໜາມບິນ​ສີຂຽວທໍາ​ອິດ​ຢູ່ ອິນ​ໂດ​ເນ​ເຊຍ - ảnh 2 ຕົ້ນໄມ້ ໄດ້ປູກຢູ່ຫຼາຍເຂດໃນບໍລິເວນຂອງສະໜາມບິນ 

ສະໜາມບິນ Banyuwangi ຍັງໄດ້ຮັບການຂະໜານນາມວ່າ ແມ່ນສະໜາມບິນສີຂຽວ. ອາຄານຜູ້ໂດຍສານ ມີເນື້ອທີ່ກວ້າງພຽງແຕ່ 7.000 m2 ເທົ່ານັ້ນ ແຕ່ທາງໃນໄດ້ຮັບການຈັດສັນເຂດປູກຕົ້ນໄມ້ຫຼາຍເຂດຄື ເຂດສໍາລັບຜູ້ສູບຢາສູບສະເພາະ, ໃນຂອບປ່ອງຢ້ຽມ ແລະ ພ້ອມທັງປູກຢູ່ທັງຫຼັງຄາຕຶກອາຄານນໍາອີກ. ຈຸດເດັ່ນຂຶ້ນລະຫວ່າງບັນດາສຸມຕົ້ນໄມ້ສີຂຽວນັ້ນ ແມ່ນມີອ່າງນໍ້າ ແລະ ອ່າງລ້ຽງປາປະດັບນ້ອຍໃຫຍ່ຫຼາຍອ່າງ. ນີ້ແມ່ນປັດໄຈທີ່ຊ່ວຍໃຫ້ອາກາດໃນຕຶກອາຄານຜູ້ໂດຍສານແຫ່ງນີ້ ຍາມໃດກໍໄດ້ປັບປ່ຽນ ແລະ ກັ່ນຕອງແບບທໍາມະຊາດ.        

ປະ​ທັບ​ໃຈ​ຕໍ່  Banyuwangi - ສະໜາມບິນ​ສີຂຽວທໍາ​ອິດ​ຢູ່ ອິນ​ໂດ​ເນ​ເຊຍ - ảnh 3ອ່າງລ້ຽງປາປະດັບຢູ່ສະໜາມບິນ  

        ນອກຈາກນັ້ນ, ວັດສະດຸຕົ້ນຕໍ ທີ່ໄດ້ນໍາໃຊ້ເຮັດຕັ່ງນັ່ງ, ຫຼັງຄາເຮືອນ, ເສົາ ແລະ ປ່ອງຢ້ຽມ ແມ່ນລ້ວນແຕ່ໄດ້ເຮັດດ້ວຍໄມ້ປຸງແຕ່ງຄືນໃໝ່. ບັນດາສຸມຕົ້ນໄມ້ສີຂຽວ ສະຫຼັບກັບເຄື່ອງເຟີນີເຈີທີ່ເຮັດດ້ວຍໄມ້ ແລະ ບັນດາອ່າງລ້ຽງປານັ້ນ ໄດ້ເຮັດໃຫ້ທິວທັດຂອງສະໜາມບິນ Banyuwangi ເປັນມິດກັບທໍາມະຊາດທີ່ສຸດ, ອັນໄດ້ນໍາມາເຊິ່ງຄວາມສະຫວາດສະເຫວີຍໃຫ້ແກ່ຜູ້ໂດຍສານ. ເອື້ອຍ Cherra, ຜູ້ໂດຍສານທີ່ມາຈາກ ຈາກາກຕາ ມີຄວາມເພິ່ງພໍໃຈຕໍ່ການບໍລິການຢູ່ສະໜາມບິນແຫ່ງນີ້ທີ່ສຸດ.      

        “ນີ້ແມ່ນຄັ້ງທໍາອິດ ທີ່ຂ້າພະເຈົ້າມາສະໜາມບິນແຫ່ງນີ້ ແລະຮູ້ສຶກແປກປະຫຼາດໃຈທີ່ສຸດ. ບ່ອນແຈ້ງປີ້ ມີລົມຈາກທະເລພັດມາເຢັນສະບາຍ, ຢູ່ອ້ອມຂ້າງມີທັງຕົ້ນໄມ້ ທັງອ່າງລ້ຽງປາປະດັບ... ຂ້າພະເຈົ້າຮູ້ສຶກວ່າ ຕົນກໍາລັງຢືນຢູ່ທ່າມກາງທິວທັດທໍາມະຊາດ ມັນຕ່າງກັບບັນດາສະໜາມບິນທັນສະໄໝແຫ່ງຕ່າງໆ ແລະ ການບໍລິການຢູ່ທີ່ນີ້ ຖືວ່າດີຫຼາຍ”.

        ສະໜາມບິນ Banyuwangi ມີບັນດາຖ້ຽວບິນໂດຍກົງ ເຊື່ອມຕໍ່ກັບສະໜາມບິນສາກົນ ກົວລໍາເບີ ຂອງ ມາເລເຊຍ ແລະ ສະໜາມບິນພາຍໃນປະເທດ 5 ແຫ່ງ ເຊິ່ງລວມມີ ນະຄອນຫຼວງ ຈາກາກຕາ, ເກາະບາລີ, ນະຄອນ Balipapan, ນະຄອນ Banjarmasin ແລະ ນະຄອນ Surabaya.

        ປີ 2018, ແຕ່ລະວັນ, ສະໜາມບິນແຫ່ງນີ້ ໄດ້ຕ້ອນຮັບ 12 ຖ້ຽວບິນໄປມາ, ຮັບໃຊ້ຜູ້ໂດຍສານປະມານ 360.000 ເທື່ອຄົນ, ເພີ່ມຂຶ້ນ 92% ເມື່ອທຽບໃສ່ປີ 2017. ແຂກທ່ອງທ່ຽວມາຢາມ Banyuwangi ອາດຈະຄົ້ນຫາສະຖານທີ່ທ່ອງທ່ຽວແປກໃໝ່ທີ່ໜ້າຈັບອົກຈັບໃຈຫຼາຍແຫ່ງຄື ຮ່ອມພູ Ijjen, ເຊິ່ງເປັນບ່ອນມີພູເຂົາໄຟທີ່ມີຖ່ານໄຟສີຂຽວໜຶ່ງໃນສອງແຫ່ງຂອງໂລກ ຫຼື ບັນດາຫາດຊາຍທະເລ - ບ່ອນຫຼີ້ນກະດານໂຕ້ຄື້ນທີ່ຍອດຢ້ຽມຄື G-land, ເກາະສີແດງ ຫຼື Boom beach. ເມື່ອຕີລາຄາກ່ຽວກັບທ່າແຮງບົ່ມຊ້ອນຂອງຂະແໜງການທ່ອງທ່ຽວຢູ່ທີ່ນີ້, ທ່ານ Abdullah Azwar Anas, ເຈົ້າເມືອງ Banyuwangi ໃຫ້ຮູ້ວ່າ:

        “Banyuwangi ແມ່ນສະຖານທີ່ທ່ອງທ່ຽວໃໝ່ຢູ່ອິນໂດເນເຊຍ. ຈໍານວນແຂກທ່ອງທ່ຽວມາຢາມ Banyuwangi ກວ່າ 400.000 ເທື່ອຄົນໃນເມື່ອກ່ອນ, ປັດຈຸບັນບັນລຸໄດ້ປະມານ 5,5 ລ້ານເທື່ອຄົນຕໍ່ປີ. Banyuwangi ແມ່ນເມືອງທີ່ສະຫງົບງຽບ, ບໍ່ມີໄພທໍາມະຊາດ, ມີຄວາມປອດໄພ ເພາະສະນັ້ນ, ແຂກທ່ອງທ່ຽວສາມາດມາຢ້ຽມຊົມ, ອາບນໍ້າທະເລ, ຊີມບັນດາເຍື່ອງອາຫານທະເລ ແລະ ໝາກໄມ້ຊະນິດຕ່າງໆ. ຢູ່ Banyuwangi ຍັງແມ່ນສະຖານທີ່ທີ່ມີຫຼາຍງານບຸນ, ແຕ່ລະປີມີປະມານ 99 ງານບຸນ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຄົ້ນຫາວັດທະນະທໍາ”.

        ບໍ່ພຽງແຕ່ນໍາມາເຊິ່ງປະສິດທິຜົນກ່ຽວກັບທາງດ້ານເສດຖະກິດເທົ່ານັ້ນ, ສະໜາມບິນສີຂຽວແຫ່ງນີ້ ຍັງໄດ້ປະກອບສ່ວນນໍາຊື່ສຽງຮຽງນາມຂອງເມືອງ Banyuwangi ຂ້າມຜ່ານເກາະ Java ເມື່ອຍາດໄດ້ລາງວັນ “ປ່ຽນແປງໃໝ່ການທ່ອງທ່ຽວດີເລີດ” ຂອງອົງການທ່ອງທ່ຽວໂລກ (UNWTO). ປັດຈຸບັນ, ບັນດາເຂດຢູ່ອ້ອມຂ້າງສະໜາມບິນ ຫ້າມບໍ່ໃຫ້ດໍາເນີນການກໍ່ສ້າງ ເພື່ອອະນຸລັກຮັກສາບັນຍາກາດສີຂຽວຂອງສະໜາມບິນ Banyuwangi./.

ຕອບກັບ

ຂ່າວ/ບົດ​ອື່ນ