ປະທັບໃຈຕໍ່ລາຍການສະແດງສິລະປະ “ເຊື່ອໝັ້ນພັກຕະຫຼອດການ”
(VOVWORLD) - ລາຍການໄດ້ດຳເນີນພາຍໃນ 80 ນາທີ, ເຊິ່ງໄດ້ພັນລະນາຄືນບັນດາຂີດໝາຍປະຫວັດສາດທີ່ສະຫງ່າອົງອາດຂອງພັກໃນຕະຫຼອດ 94 ປີຜ່ານມາ, ເພື່ອເຊີດຊູຜົນງານອັນຍິ່ງໃຫຍ່ຂອງພັກ, ຂອງປະທານໂຮ່ຈີມິນ ແລະ ບັນດານັກຮົບວິລະຊົນປະຕິວັດ.
ລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເຊື່ອໝັ້ນພັກຕະຫຼອດໄປ ປີ 2024 |
ເພື່ອເປັນການຂ່ຳນັບຮັບຕ້ອນວັນສ້າງຕັ້ງພັກຄອມມູນິດ ຫວຽດນາມ ຄົບຮອບ 94 ປີ (3/2/1930 -3/2/2024), ຕອນຄ່ຳວັນທີ 28 ມັງກອນ, ຢູ່ນະຄອນ ດ່າໜັງ, ຄະນະພັກນະຄອນ ດ່າໜັງ, ຄະນະບັນນາທິການວາລະສານ ກົ້ງສານ (ຄອມມູນິດ), ຄະນະພັກກຸ່ມວິສາຫະກິດຂັ້ນສູງກາງ ແລະ ຄະນະພັກກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ໄດ້ສົມທົບກັນຈັດລາຍການແລກປ່ຽນສະແດງສິລະປະດ້ວຍຫົວຂໍ້ “ເຊື່ອໝັ້ນພັກຕະຫຼອດໄປ ປີ 2024.
ລາຍການດັ່ງກ່າວໄດ້ດຳເນີນພາຍໃນ 80 ນາທີ, ເຊິ່ງໄດ້ພັນລະນາຄືນບັນດາຂີດໝາຍປະຫວັດສາດທີ່ສະຫງ່າອົງອາດຂອງພັກໃນຕະຫຼອດ 94 ປີຜ່ານມາ, ເພື່ອເຊີດຊູຜົນງານອັນຍິ່ງໃຫຍ່ຂອງພັກ, ຂອງປະທານໂຮ່ຈີມິນ ແລະ ບັນດານັກຮົບວິລະຊົນປະຕິວັດ. ປ້າ ຫງວຽນທິຈີ໊, ຢູ່ນະຄອນ ດ່າໜັງ ມີຄວາມຈັບອົກຈັບໃຈເມື່ອຮັບຊົມລາຍການນີ້.
“ລາຍການນີ້ມີຄວາມໝາຍ ແລະ ຈັບອົກຈັບໃຈຫຼາຍ, ສ້າງອາລົມຈິດ ແລະ ຄວາມຮູ້ສຶກຫຼາຍຢ່າງຕໍ່ຜູ້ຊົມ. ຄືດັ່ງຫົວຂໍ້ຂອງລາຍການ “ເຊື່ອໝັ້ນພັກຕະຫຼອດການ”, ນັ້ນກໍແມ່ນຄວາມຮູ້ສຶກຂອງຂ້າພະເຈົ້າ ເມື່ອຄິດເຖິງການເສຍສະຫຼະຢ່າງໃຫຍ່ຫຼວງຂອງບັນດານັກຮົບວິລະຊົນເພື່ອຮັກສາຄວາມສະຫງົບສຸກຂອງປະເທດຊາດ”.
ນອກຈາກບັນດາລາຍການສະແດງສິລະປະແລ້ວ, ຜູ້ຊົມຍັງໄດ້ຮັບຊົມບັນດາຟິມຮູບເງົາເອກະສານທີ່ວາດພາບເຖິງຂະບວນວິວັດການຕໍ່ສູ້, ການເສຍສະຫຼະເພື່ອປົກປັກຮັກສາປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ.