ປະທານ EC ກ່າວເຕືອນອີຢູ ມີໄພຖືກລົ້ມລະລາຍ
ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker
(ພາບປະກອບ: AFP/TTXVN)
(vovworld) - ສະຫະພາບເອີລົບ (ອີຢູ) ມີໄພຖືກລົ້ມລະລາຍ ຖ້າຫາກມີຫຼາຍປະເທດສະມາຊິກສືບຕໍ່ອອກຈາກກຸ່ມ ຄືອັງກິດ. ວັນທີ 24/03, ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker, ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບທີ່ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ກະກຽມວັນເລີ່ມປະຕິບັດຕາມມາດຕາ 50 ຂອງສົນທິສັນຍາ Lisbon ເລີ່ມດຳເນີນວິວັດທະນາການນຳອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ, ຫຼື ເອີ້ນວ່າ Brexit. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ທ່ານ Jean Claude Juncker ຢືນຢັນວ່າ, ເລືຶ່ອງປະເທດໃດ ໃນຈຳນວນ 27 ປະເທດສະມາຊິກຍັງເຫຼືອຂອງ ອີຢູ ມີແນວຄິດອອກຈາກ “ຊາຍຄາລວມ” ອີຢູ ອາດຈະເປັນໄພນາບຂູ່ເຖິງທົ່ວກຸ່ມ. ທ່ານເນັ້ນໜັກວ່າ “ຖ້າຫາກມີ 2, 3,4 ຫຼື 5 ປະເທດອອກຈາກກຸ່ມ, ສິ່ງດັ່ງກ່າວຈະເຮັດໃຫ້ອີຢູ ລົ້ມລະລາຍ”.
ທ່ານ Juncker ຢືນຢັນວ່າ, ອີຢູ ຈະຊຸກຍູ້ວິວັດທະນາການເຈລະຈາກັບອັງກິດ ບົນຈິດໃຈມິດຕະພາບ ແລະ ຍຸຕິທຳ, ພ້ອມທັງໃຫ້ຄຳໝັ້ນສັນຍາປົກປ້ອງສິດຜົນປະໂຫຍດຂອງພົນລະເມືອງອີຢູ 3 ລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ອັງກິດ ກໍໍ່ຄືພົນລະເມືອງອັງກິດ ນັບລ້ານໆຄົນພວມດຳລົງຊີວິດຢູ່ບັນດາປະເທດອີຢູ.