ປະທານຄະນະກຳມະການສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ
(ພາບ: vov)
(vovworld)- ຕອນເຊົ້າວັນທີ 24/1, ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນຢູ່ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ.
ທ່ານປະທານຫງວຽນທ້ຽນເຍິນ ໄດ້ຝາກຄຳອວຍພອນອັນປະເສີດທີ່ສຸດມາຍັງສັງຄະນາຍົກເຂດຊາວຄຼິດຮ່າໂນ້ຍ ຫງວຽນວັນເຍິນ ແລະ ຜູ້ມີຍົດຖາບັນດາສັກສັງກັດ ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ ແລະ ຊາວຄຼິດນະຄອນຫຼວງ. ທ່ານຮັບຮູ້ບັນດາຄວາມມານະພະຍາຍາມຂອງບັນດາສັງຄະລາດ, ຄຸນພໍ່ ແລະ ຊາວຄຼິດໃນເຂດຊາວຄຼິດຕ່າງໆຊື່ງໄດ້ ແລະ ພວມຮ່ວມເດີນທາງພ້ອມກັບຊາດ, ດຳລົງຊີວິດ ແລະ ເຮັດວຽກຕາມທິດນຳ “ຢູ່ໃນສິດກິນໃນທຳ“, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວແຂ່ງຂັນຮັກຊາດ, ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ, ກໍ່ສ້າງຊົນນະບົດໃໝ່, ພິເສດໜູນຊ່ວຍບັນດາຜູ້ປະສົບກັບຄວາມຫຍຸ້ງຍາກ.
ຕາງໜ້າໃຫ້ສຳນັກສັງຄະລາດໃຫ່ຍຮ່າໂນ້ຍ, ສັງຄະນາຍົກເຂດຊາວຄຼິດຮ່າໂນ້ຍ ຫງວຽນວັນເຍິນ ປາດຖະໜາວ່າ: ການນຳພັກ, ລັດ, ອຳນາດການປົກຄອງຂັ້ນຕ່າງໆສືບຕໍ່ສ້າງເງື່ອນໄຂໃຫ້ຊາວຄຼິດດຳເນີນຊີວິດເຫຼື້ອມໃສສາສະໜາ, ປະກອບສ່ວນພ້ອມກັນພັດທະນາຢ່າງກົມກ່ຽວໃນວຽກງານຄຸ້ມຄອງລັດກ່ຽວກັບສິດເສລີພາບໃນການເຫຼື້ອມໃສສາສະໜາ./.