ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພົບປະກັບນັກທຸລະກິດ, ວິສາຫະກິດ ຫວຽດນາມ ດີເດັ່ນ

(VOVWORLD) - ຕອນບ່າຍວັນທີ 05 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານການພົບປະສັງສັນກັບຄະນະຜູ້ແທນລວມມີນັກທຸລະກິດ, ວິສາຫະກິດ ຫວຽດນາມ 60 ຄົນ ທີ່ເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ປະຊາຄົມວິສາຫະກິດ ອາຊຽນ.
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພົບປະກັບນັກທຸລະກິດ, ວິສາຫະກິດ ຫວຽດນາມ ດີເດັ່ນ - ảnh 1 ທ່ານ ເຈີ່ນແທງເມີນ ພົບປະກັບນັກທຸລະກິດ, ວິສາຫະກິດ ຫວຽດນາມ ດີເດັ່ນ (ພາບ: Trung Anh/dangcongsan.vn)

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຍີນດີຕ້ອນຮັບ ແລະ ພົບປະສັງສັນກັບຜູ້ຕາງໜ້າບັນດານັກທຸລະກິດ, ວິສາຫະກິດດີເດັ່ນ ຫວຽດນາມ ທີ່ມີຜົນງານຫລາຍຢ່າງໃນວິວັດການເຊື່ອມຕໍ່, ເຊື່ອມໂຍງ, ເຂົ້າຮ່ວມກອງປະຊຸມເຊື່ອມຕໍ່ປະຊາຄົມວິສາຫະກິດ ອາຊຽນ 2017 ແລະ ເວທີປາໄສປະຊາຄົມເສດຖະກິດ ອາຊຽນ: ກາລະໂອກາດ ແລະ ສິ່ງທ້າທາຍໃຫ້ວິສາຫະກິດ ຫວຽດນາມ ຢູ່ ສິງກະໂປ - ອິນໂດເນເຊຍ - ມາເລເຊຍ. ທ່ານ ເຈີ່ນແທງເມີນ ຊີ້ແຈ້ງວ່າ: ກອງປະຊຸມ ແລະ ເວທີປາໄສແມ່ນໂອກາດ ເພື່ອໃຫ້ບັນດານັກທຸລະກິດ, ວິສາຫະກິດ ຫວຽດນາມ ຍົກສູງສະຕິຄວາມຮັບຮູ້ ແລະ ກຳແໜ້ນຂໍ້ມູນຂ່າວກ່ຽວກັບນະໂຍບາຍເປີດປະຕູເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ, ສາກົນຂອງ ຫວຽດນາມ. ທ່ານ ເຈີ່ນແທງເມີນ ປາດຖະໜາວ່າ ບັນດານັກທຸລະກິດ, ວິສາຫະກິດ ສ້າງເຄື່ອງໝາຍການຄ້າ, ຍີ່ຫໍ້ສິນຄ້າ, ຜະລິດຕະພັນ, ການບໍລິການຫລາຍຢ່າງທີ່ມີອິດທິພົນຊື່ສຽງ ແລະ ຮັບປະກັນຄຸນນະພາບຢ່າງບໍ່ຢຸດຢັ້ງ ເພື່ອໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ໃຊ້ສອຍເປັນຈຳນວນຫລວງຫລາຍ, ເປີດກ້ວາງຂອບເຂດການເຄື່ອນໄຫວອອກສູ່ ທົ່ວພາກພື້ນກ່ວາອີກ, ສ້າງປະສິດທິຜົນດ້ານເສດຖະກິດສູງ, ປະກອບສ່ວນຊຸກຍູ້ການຮ່ວມມື ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ