ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ເຮັດວຽກຢູ່ເກີນເທີ
(ທ່ານ ຫງວຽນທ້ຽນເຍີນ ສຳຫຼວດຕົວຈິງ
ການຜະລິດເຂົ້າໃນເຂດທົ່ງນາຂະໜາດໃຫຍ່)
(vovworld) – ຕອນເຊົ້າວັນທີ 15/04, ພາຍຫຼັງໄປສຳຫຼວດຕົວຈິງຮູບແບບຮ່ວມສຳພັນຜະລິດເຂົ້າໃນເຂດທົ່ງນາຂະໜາດໃຫຍ່ຂອງສະຫະກອນ ຄ໋ຽດເຕີນ, ຢູ່ບ້ານ D2, ຕາແສງ ແທງເລີ້ຍ, ເມືອງວິ້ງແທ້ງ ແລະ ສະຫະກອນລ້ຽງງົວນົມ ລອງຮ່ວາ, ເມືອງບິ່ງຖຸຍ, ນະຄອນເກີນເທີ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ປາດຖະໜາວ່າ, ສະຫະກອນ ຄ໋ຽດເຕີນ ພັດທະນາໃຫ້ກາຍເປັນແບບຢ່າງຜະລິດເຂົ້າໃນເຂດທົ່ງນາຂະໜາດໃຫຍ່; ພ້ອມທັງຄົ້ນຄວ້າແນວຜັນໃໝ່, ພັດທະນາເຕັກນິກ ແລະ ສ້າງຕັ້ງຮູບແບບສະຫະກອນໃໝ່ ກ່ອນວັນທີ 02/09/2015. ກ່ຽວກັບຮູບແບບສະຫະກອນລ້ຽງງົວນົມລອງຮ່ວາ, ເມືອງບິ່ງຖຸຍ, ທ່ານປະທານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ, ນີ້ແມ່ນສະຫະກອນ ໄດ້ຮັບການສ້າງຕັ້ງເມື່ອປີ 2004, ໃນເບື້ອງຕົ້ນມີສະມາຊິກສະຫະກອນ 12 ຄົນ ດ້ວຍງົວນົມ 26 ໂຕ, ມາຮອດປະຈຸບັນມີສະມາຊິກສະຫະກອນ 25 ຄົນ ແລະ ງົວນົມ 300 ໂຕ, ລາຍຮັບສະເລ່ຍຂອງສະມາຊິກແຕ່ລະຄົນແມ່ນ 150 – 200 ລ້ານດົງ/ປີ. ສະຫະກອນລ້ຽງງົວນົມ ລອງຮ່ວາ ຕ້ອງສະເໜີໃຫ້ບັນດາຂະແໜງທີ່ກ່ຽວຂ້ອງ ກ່ຽວກັບກົນໄກນະໂຍບາຍ ສືບຕໍ່ໜູນຊ່ວຍງົວພັນໃໝ່ ເພື່ອຍົກສູງສະມັດຕະພາບ, ຄຸນນະພາບໃຫ້ຝູງງົວ. ທ່ານປະທານ ຫງວຽນທ້ຽນເຍີນ ສະເໜີໃຫ້ນະຄອນເກີນເທີ, ຕ້ອງຄົ້ນຄວ້າ, ຊອກຫາບັນດາມາດຕະການແກ້ໄຂ ເພື່ອໃຫ້ສະຫະກອນເຄື່ອນໄຫວນັບມື້ນັບບັນລຸປະສິດທິຜົນກວ່າອີກ, ເຮັດໃຫ້ກະສິກອນກາຍເປັນຂົງເຂດສ້າງຄວາມຮັ່ງມີ, ປະກອບສ່ວນນຳພໍ່ແມ່ປະຊາຊົາຫຼຸດພົ້ນອອກຈາກຄວາມທຸກຍາກແບບຍື່ນຍົງ.