ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ
(VOVWORLD) -ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ, ຢ້ຽມຢາມເຂດຊາວຄຼິດ ວິງ.
ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ. (ພາບ: TTXVN) |
ຕອນເຊົ້າວັນທີ 13 ທັນວາ, ຢູ່ແຂວງເງະອານ, ເນື່ອງໃນໂອກາດວັນບຸນ ຄຼິດສະມາດ ປີ 2020, ທ່ານ ເຈິ່ນແທັງເໝິນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ, ອວຍພອນ ຄະນະກຳມະການສາມັກຄີ ສາສະໜາກາໂຕລິກ ແຂວງເງະອານ, ຢ້ຽມຢາມເຂດຊາວຄຼິດ ວິງ. ທ່ານ ເຈິ່ນແທັງເໝິນ ປາດຖະໜາວ່າ ດ້ວຍບົດບາດ, ອິດທິພົນຊື່ສຽງຂອງຄົນ, ບັນດາຜູ້ມີຍົດສັກຕຳແໜ່ງ, ນັກບວດໃນບໍລິເວນແຂວງ ເງະອານ ຈະສືບຕໍ່ເອົາໃຈໃສ່, ໂຄສະນາ, ຂົນຂວາຍຊາວຄຼິດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ໃຫ້ເປັນຢ່າງດີ; ຕັ້ງໜ້າເຂົ້າຮ່ວມ, ຕອບສະໜອງບັ້ນຂົນຂວາຍຕ່າງໆ, ໂດຍສະເພາະແມ່ນພັດທະນາເສດຖະກິດ, ສ້າງຄອບຄົວວັດທະນະທຳ, ຊົນນະບົດໃໝ່; ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ - ສັງຄົມ ຢູ່ທ້ອງຖິ່ນ ແລະ ປະເທດຊາດ.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 12 ທັນວາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ກໍໄດ້ໄປອວຍພອນວັນບຸນ ຄຼິດສະມາດ ຢູ່ ເຂດຊາວຄຼິດ ບຸ່ຍຈູ, ແຂວງນາມດິ້ງ ແລະ ພໍ່ແມ່ພີນ້ອງຊາວຄຼິດ ຢູ່ ເຂດຊາວຄຼິດ ຖ໊າຍບິ່ງ ແຂວງ ຖ໊າຍບິ່ງ ເຊັ່ນດຽວກັນ.