ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມຊາວຄິຼດ
ປະທານຄະນະກຳມະການສູນກາງແນວໂ
ຮມປະເທດຊາດຫວຽດນາມຢ້ຽມຢາມຊາວຄິຼດ
(ພາບ: VGP)
(vovworld) - ເນື່ອງໃນໂອກາດວັນບຸນ ຄິຼດສະມາດປີ 2016, ວັນທີ 23/12 ທ່ານ ຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ອວຍພອນພໍ່ແມ່ປະຊາຊົນຊາວຄິຼດຢູ່ບັນດາແຂວງ ແທງຮ໋ວາ, ນີງບີງ, ທ໋າຍບີງ.
ອວຍພອນພໍ່ແມ່ປະຊາຊົນຊາວຄິຼດຢູ່ບັນດາສະຖານທີ່ເຊິ່ງທ່ານມາຢ້ຽມຢາມ ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ ໃນຊຸມວັນນີ້ ພໍ່ແມ່ປະຊາຊົນຊາວຄິຼດ ຫວຽດນາມ ກໍ່ຄືປະຊາຊົນ ຫວຽດນາມ ແລະ ໃນໂລກ ເບີກບານມ່ວນຊື່ນຂ່ຳນັບຮັບຕ້ອນງານບຸນ ຄິຼດສະມາດ. ງານບຸນ ຄິຼດສະມາດ ໄດ້ກາຍເປັນງານບຸນລວມຂອງພໍ່ແມ່ປະຊາຊົນໃນທົ່ວປະເທດ, ແມ່ນວັນມະຫາສາມັກຄີ. ທ່ານ ຫງວຽນທ້ຽນເຍີນ ສົ່ງຄຳອວຍພອນດີງາມທີ່ສຸດ, ນ້ຳໃຈຮັກແພງທີ່ສຸດເຖິງພໍ່ແມ່ປະຊາຊົນຊາວຄິຼດທຸກຄົນ ພ້ອມທັງປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວຄິຼດ ສືບຕໍ່ສາມັກຄີຮັກຊາດ, ມີການປະກອບສ່ວນຫລາຍຢ່າງເຂົ້າໃນການພັດທະນາລວມຂອງປະເທດຊາດ, ມີຊີວິດເບີດບານມ່ວນຊື່ນ, ມີຄວາມຜາສຸກ, ຢູ່ໃນສິນກິນໃນທຳ. ຢືນຢັນບົດບາດໃຫຍ່ຫລວງຂອງພໍ່ແມ່ປະຊາຊົນຊາວຄິຼດ ເຊິ່ງໄດ້ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ, ທ່ານ ຫງວຽນທ້ຽນເຍີນ ປາດຖະໜາວ່າບັນດາຄຸນພໍ່ສາມັກຄີຊາວຄິຼດ ເພື່ອປະກອບກຳລັງເຂົ້າໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ.