ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ພໍ່ແມ່ປະຊາຊົນຂະແມ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ພໍ່ແມ່ປະຊາຊົນຂະແມ - ảnh 1
ທ່ານ ຫງວຽນ​ທ້ຽນ​ເຍີນ ມອບ​ຂ​ອງ​ຂວັນ​ໃຫ້​ສະ​ມາ​ຄົມ​ພະ​ສົງ
​ຮັກ​ຊາດ ນະ​ຄອນ ເກີນ​ເທີ
(ພາບ: Duy Khương/TTXVN)

(vovworld) – ​​​​ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາ​ດ ຫວຽດ​ນາມ ໄດ້​ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ ແລະ ອວຍ​ພອນ​ປີ​ໃໝ່ Chol Chnam Thmay 2015 ຢູ່​ສະ​ມາ​ຄົມ​ສາ​ມັກ​ຄີພະ​ສົງຮັກ​ຊາດ​ນະ​ຄອນ ເກີນ​ເທ​ີ, ບັນ​ດາ​ວັດ ແລະ ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຂະ​ແມ ໃນ​ບໍ​ລິ​ເວນ​ນະ​ຄອນ ເກີນ​ເທີ.

        ວັນ​ທີ 16/4, ກ່າວ​ຄຳ​ເຫັ​ນ​ທີ່​ສະ​ມາ​ຄົມ​ສາ​ມັກ​ຄີ​ພະ​ສົງ​ຮັກ​ຊາດ​ນະ​ຄອນ ເກີນ​ເທີ ແລະ ວັດ Muni Rang say (ເມືອງ ນິງ​ກ່ຽວ), ທ່ານ ຫງວຽນ​ທ້ຽນ​ເຍີນ ຮຽກ​ຮ້ອງສະ​ມາ​ຄົມ​ສາ​ມັກ​ຄີ​ພະ​ສົງ​ຮັກ​ຊາດ​ນະ​ຄອນ ເກີນ​ເທີ ສືບ​ຕໍ່​ສົບ​ທົບ​ກັບ​ຄະ​ນະ​ກ​ຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ນະ​ຄອນ ເກີນ​ເທີ ປະ​ຕິ​ບັດ​ວຽກ​ງານ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໃຫ້​ພໍ່​ແມ່​ປ​ະ​ຊາ​ຊົນ​ຊົນ​ເຜົ່າ​ໃນ​ບໍ​ລິ​ເວນ, ເບິ່ງ​ແຍງ​ດູ​ແລ​ເຖິງເລື່ອງ​ຮຽນ​ວັດ​ທະ​ນະ​ທຳ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ, ປະ​ຕິ​ບັດ​ວຽກ​ງານ​ສົມ​ທົບ​ກັນເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ວຽກ​ງານ​ຂົນ​ຂວາຍ, ໜູນ​ຊ່ວຍ​ເພື່ອ​ມີ​ເງິນ​ກໍ່​​ສ້າງ​ໂຮງ​ຮຽນ​ສົງ ນິ​ກາຍ ນາມ​ຕົງ ຂະ​ແມ ໃນ​ບໍ​ລິ​ເວນ. ທ່ານ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້​ງວ່າ: ແຜນ​ນະ​ໂຍ​ບາຍ​ລວມ​ຂອງ​ລັດ ຫວຽດ​ນາມ ແມ່ນ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ທ​ຸກ​ຄົນ​ມີ​ຄວາມ​ເສ​ລີ, ສະ​ເໝີ​ພາບ​ໃນ​ການ​​ເຄື່ອນ​ໄຫວ​ສາ​ສະ​ໜາ, ເພີ່ມ​ທະ​ວີ​ການ​ຂົນ​ຂວາຍ, ສົມ​ທົບ​ກັນ​ປະ​ກອບ​ສ່ວນ​ເພື່ອກໍ່​ສ້າງ​: ວັດ, ​ໂຮງ​ຮຽນ​ສົງ​ຕາມ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.


ຂ່າວ/ບົດ​ອື່ນ