ທ່ານຫງວຽນທ້ຽນເຍີນ ເຮັດວຽກກັບການນຳຕາແສງ
ຮວ່າກວາງນາມ
|
(vovworld)- ຕອນເຊົ້າວັນທີ 24/8, ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບຕາແສງ ຮວ່າກວາງນາມ, ເມືອງ ຟູຮວ່າ, ແຂວງ ຟູອຽນ ກ່ຽວກັບການປະຕິບັດລາຍການສຳຫລວດກວດການະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ ຢືນຢັນ: ການສຳຫລວດກວດການະໂຍບາຍບຸລິມະສິດສຳລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແມ່ນການປະຕິບັດນະໂຍບາຍຕອບບຸນແທນຄຸນ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳຂອງພັກ, ລັດ ສຳລັບຜູ້ມີຄຸນງາມຄວາມດີ, ຄວນປະຕິບັດໂດຍໄວເພື່ອໃຫ້ເຂົາເຈົ້າໄດ້ຊົມໃຊ້ລະບອບນະໂຍບາຍ. ທ່ານ ຫງວຽນທ້ຽນເຍີນ ສະເຫນີ: ຕາແສງ ຮວ່າກວາງນາມ ຄວນສຳເລັດວຽກງານຕອບບຸນແທນຄຸນໃຫ້ແກ່ບັນດາຄອບຄົວມີຄຸນງາມຄວາມດີຕໍ່ປະເທດຊາດໂດຍໄວ, ຊ່ວຍໃຫ້ພໍ່ແມ່ປະຊາຊົນມີຊີວິດເປັນປົກກະຕິ, ພ້ອມກັນສ້າງຄວາມໄວ້ເນື້ອເຊື່ອຕໍ່ພັກ ແລະ ລັດ.