ປະທານນາທິບໍດີອາເມລິກາຖະແຫຼງພ້ອມແລ້ວ ທີ່ຈະຮ່ວມມືກັບສະພາແຫ່ງຊາດຊຸດໃໝ່
ນັກຂ່າວ VOV ປະຈຳ ວໍຊິງເຕັນ -  
ທ່ານປະທານາທິບໍດີອາເມລິກາ Barack Obama
ກ່າວປາໄສຢູ່ທຳນຽບຂາວ
(ພາບ: AP)
(vovworld) – ຮຸ່ງເຊົ້າວັນທີ 06/11 (ຕາມເວລາຫວຽດນາມ), ທ່ານປະທານາທິບໍດີອາເມລິກາ Barack Obama ໄດ້ມີບົດກ່າວປາໄສຄັ້ງທຳອິດຢ່າງເປັນທາງການ ພາຍຫຼັງພັກປະຊາທິປະໄຕ ປະລາໄຊຕໍ່ຄູ່ແຂ່ງພັກສາທາລະນະໃນການເລືອກຕັ້ງກາງສະໄໝ ເຊິ່ງດຳເນີນໃນວັນທີ 05/11.
ໃນບົດກ່າວປາໄສຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Barack Obama ຢືນຢັນ, ພ້ອມແລ້ວຈະຮ່ວມມືກັບສະພາແຫ່ງຊາດຊຸດໃໝ່ ແລະ ດ້ວຍຈຸດໝາຍຈະເຮັດຈົດສຸດຄວາມສາມາດຂອງຕົນເພື່ອປະຊາຊົນ, ລວມທັງບາງຂົງເຂດເຊິ່ງທ່ານບໍ່ໄດ້ຮັບຄວາມເຫັນດີຈາກບັນດາສະມາຊິກພັກສາທາລະນະໃນ 2 – 3 ປີຜ່ານມາ. ທ່ານ Barack Obama ຫວັງວ່າ, ບັນດາການນຳພັກສາທາລະນະ ຢູ່ສະພາແຫ່ງຊາດຈະຮ່ວມມືກັບລັດຖະບານ.
“ແນ່ນອນວ່າ ພວກເຮົາຈະຊອກຫາບັນດາວິທີສົມທົບກັນກ່ຽວກັບບັນດາບັນຫາເຊິ່ງປະຊາຊົນອາເມລິກາ ພວມເຫັນດີເຫັນພ້ອມ. ຂ້າພະເຂົ້າລໍຖ້າບັນດາການນຳພັກສາທາລະນະ ຊຸກຍຸ້ໂຄງການດຳເນີນງານ ໃນຂະນະທີ່ຈະສະເໜີບັນດາແນວຄວາມຄິດຂອງຕົນກ່ຽວກັບຂົງເຂດເຊິ່ງພວກເຮົາສາມາດຮ່ວມມື ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການດ້ານເສດຖະກິດຂອງປະຊາຊົນ”.
ເມື່ອໂຕ້ຕອບຄຳຮຽກຮ້ອງໃຫ້ການຮ່ວມມືຂອງທ່ານ Obama, ໃນການຕອບສຳພາດຢູ່ລັດ Kentucky, ສະພາຊິກສະພາສູງ Mitch Mc Connell, ຄາດວ່າຈະດຳລົງຕຳແໜ່ງຜູ້ນຳພັກສາທາລະນະ ຊຶ່ງກວມທີ່ນັ່ງສ່ວນຫຼາຍຢູ່ສະພາສູງ, ພາຍຫຼັງສະພາແຫ່ງຊາດຊຸດໃໝ່ ສະບານຕົວເຂົ້າດຳລົງຕຳແໜ່ງ, ໄດ້ເວົ້າວ່າ, ທ່ານຈະເຮັດວຽກກັບທ່ານ Obama ເພື່ອອະນຸມັດຜ່ານບັນດາສັນຍາການຄ້າສາກົນ ແລະ ປະຕິຮູບສ່ວຍສາອາກອນ. ຄາດວ່າ, ທ່ານ Obama ແລະ ບັນດາການນຳພັກສາທາລະນະ ຢູ່ສະພາແຫ່ງຊາດ ຈະມີການພົບປະເປັນຄັ້ງທຳອິດພາຍຫຼັງການເລືອກຕັ້ງໃນວັນທີ 07/11.
ນັກຂ່າວ VOV ປະຈຳ ວໍຊິງເຕັນ