ປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ

ປະທານປະເທດ Truong Tan Sang ຕ້ອນຮັບຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ - ảnh 1
(ພາບ: baomoi.com)

(vovworld) -     ວັນ​ທີ 24/9, ທ່ານປະທານ​ປະ​ເທດຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບຫົວໜ້າ​ຫ້​ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ, ທ່ານ Tadashi Okamura ພ້ອມ​ກັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ຍີ່ປຸ່ນ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ ສະພາບການ​ດ້ານ​ການ​ເມືອງ, ​ເສດຖະກິດ​ໂລກ​ໃນ​ໄລຍະ​ຜ່ານ​ມາມີ​ການ​ຜັນ​ແປ່ຫຼາຍ​ຢ່າງ, ​ແຕ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ຍັງ​​ໄດ້​ຮັບ​ການ​ພັດ​ທະນາ​ຢ່າງ​ດີງາມ. ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ ​ຫ້​ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຍີ່ປຸ່ນ ​ຈະສົ່ງເສີມບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ​ລົງທຶນ​ເຂົ້າ​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື; ເຕັກ​ໂນ​ໂລ​ຢີສູງ, ພື້ນຖານ​ໂຄງ​ລ່າງ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ສິ່ງ​ແວດ​ລ້ອມຫຼາຍກວ່າ​ອີກ. ທ່ານ Tadashi Okamura ຊີ້​ແຈ້​ງວ່າ ປະຈຸ​ບັນ​ຈຳນວນ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ຂອງ​ຍີ່ປຸ່ນ ລົງທຶນ​ເຂົ້າ​ຫວຽດນາມ ນັບ​ມື້​ນັບ​ຫຼາຍ ​ອັນ​ໄດ້ພິສູດ​ໃຫ້​ເຫັນຄວາມ​ສົນ​ໃຈ​​ຂອງ​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ ຕໍ່ກັບ ຫວຽດນາມ - ປະ​ເທດ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຝີ​ກ. ທ່ານ Tadashi Okamura ກໍ​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ລົງທຶນ​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ກວ່າ​ອີກ.

ຂ່າວ/ບົດ​ອື່ນ