(vovworld) - ທ່ານປະທານປະເທດ Truong Tan Sang ໄດ້ມີການພົບປະກັບກຸ່ມສະມາຊິກສະພາແຫ່ງຊາດຍິງ ຊຸດທີ 13 ໃນຕອນບ່າຍວັນທີ 15/11, ເນື່ອງໃນໂອກາດກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ເຊິ່ງພວມດຳເນີນໄປຢູ່ຮ່າໂນ້ຍ. ຕາມທ່ານປະທານປະເທດແລ້ວ, ຜູ້ມີສິດເລືອກຕັ້ງປາດຖະໜາຢາກເຫັນຄວາມເຂັ້ມແຂງແຮງກ້າຂອງແມ່ຍິງໃນການເຄື່ອນໄຫວວຽກງານການເມືອງກໍຄືໃນທຸກດ້ານຂອງຊີວິດສົງຄົມກວ່າອີກ. ທ່ານປະທານປະເທດ Truong Tan Sang ໃຫ້ຮູ້ວ່າ ບັນດາຄວາມມຸ້ງຫວັງຂອງສະມາຊິກສະພາແຫ່ງຊາດຍິງ ກໍແມ່ນເປົ້າໝາຍຂອງພັກ ແລະ ລັດ, ນັ້ນແມ່ນສ້າງສາປະເທດຫວຽດນາມ ໃຫ້ກາຍເປັນປະເທດນຳໜ້າໃນພາກພື້ນກ່ຽວກັບລະດັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ພ້ອມກັນນັ້ນ, ທ່ານປະທານປະເທດ Truong Tan Sang ກໍເນັ້ນໜັກເຖິງບົດບາດພິເສດຂອງສະມາຊິກສະພາແຫ່ງຊາດຍິງ ໃນຄວາມມານະພະຍາຍາມສ້າງການຫັນປ່ຽນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍໃນສະຕິຮັບຮູ້ຂອງສັງຄົມ. ເຂົ້າຮ່ວມສະພາແຫ່ງຊາດຊຸດທີ 13 ມີສະມາຊິກສະພາແຫ່ງຊາດຍິງ 122 ທ່ານນາງ. ກຸ່ມສະມາຊິກສະພາແຫ່ງຊາດຍິງໃຫ້ຮູ້ວ່າ ຈະສືບຕໍ່ເອົາໃຈໃສ່ເຖິງບັນດານະໂຍບາຍຮັດແຄບຊ່ອງຫວ່າງທາງເພດ, ມຸ່ງໄປເຖິງຄວາມສະເໝີພາບຢ່າງແທ້ຈິງ, ເປົ້າໝາຍທີ່ໄດ້ວາງອອກແມ່ນບັນລຸລະດັບ 30% ໃນອາຍຸການຈະມາເຖິງຂອງສະພາແຫ່ງຊາດ.