ປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິນ

ປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິນ - ảnh 1
ປະທານປະເທດ Truong Tan Sang ຢ້ຽມຢາມ​ເຂດ​ເຮືອນ​ຢູ່​ຂອງ​ກຳມະກອນ
ບໍລິສັດ​ຫຸ້ນ​ສ່ວນ​ຖ່ານ​ຫິນ ວ່າງ​ແຢງ - Vinacomin
(ພາບ: dantri.com.vn)

(vovworld) - ​ໃນ​ວັນ​ທີ 5 – 6/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ກວາງ​ນິນ. ຕອນ​ບ່າຍ​ວັນ​ທີ 5/5, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ລົງ​ຢ້ຽມຢາມ​ເຂດ​ເຮືອນ​ຢູ່​ຂອງ​ກຳມະກອນ ບໍລິສັດ​ຫຸ້ນ​ສ່ວນ​ຖ່ານ​ຫິນ ວ່າງ​ແຢງ - Vinacomin, ​ເມືອງ ວ່າງ​ແຢງ, ນະຄອນ ອວງບີ໋. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ ໝູ່​ຄະນະ​ວິ​ສາ​ຫະກິດ ພ້ອມ​ທັງ​ຕອບ​ຫຼາຍ​ບັນຫາ​ເຊິ່ງພະນັກງານ​ກຳມະກອນ​ຜູ້​ອອກ​ແຮງ​ງານ​ຂອງ​ບໍລິສັດ​ຍົກ​ອອກ​ມາ ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​​ພາສີ​ສົ່ງ​ອອກ​ຖ່ານ​ຫີນ, ລາຄາ​ຂາຍ​ຖ່ານ​ຫີນ​ພາຍ​ໃນ​ປະ​ເທດ, ການ​ລົງທຶນ​ປ່ຽນ​​ໃໝ່​ເຕັກ​​ໂນ​ໂລ​ຢີການ​ຂຸດ​ຄົ້ນ ​ແລະ ບັນຫາ​ລົງທຶນ​ປົກ​ປ​ັກຮັກສາ​ສິ່ງ​ແວດ​ລ້ອມ..​​. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ບໍລິສັດ​ຫຸ້ນ​ສ່ວນ​ຖ່ານ​ຫີນ ວ່າງ​ແຢງ ​ເວົ້າ​ສະ​ເພາະ,  ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ - ບໍແຮ່ຫວຽດນາມ ​ເວົ້າ​ລວມ ຄວນມີ​ຄວາມ​ກ້າ​ຄິດ​ກະທຳ​ກ່ວາ​ອີກ ​ໃນ​ການ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​, ​ເສີມ​ຂະຫຍາຍ​ພຸມ​ປັນຍາ​ຂອງ​ໝູ່​ຄະນະ ​ເພື່ອລົງທຶນ​ປ່ຽນ​ໃໝ່​ວິທີ​ການ​ຄຸ້ມຄອງ​ການ​ຜະລິດ, ນຳ​ໃຊ້​ບັນດາ​ເຕັກ​​ໂນ​ໂລ​ຢີຂຸດ​ຄົ້ນ​ທີ່​ທັນ​ສະ​ໄໝ ​ເພື່ອ​ພັດທະນາ​ຂະ​ແໜງ​ນີ້​ໃຫ້​ນັບ​ມື້​ນັບ​ໝັ້ນຄົງ​ກ່ວາ, ປະຕິບັດ​ການ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ຜູ້​ອອກ​ແຮ​ງງານ​ດີ​ກ່ວາ​ອີກ​.​ ກໍ​ເນື່ອງ​ໃນ​ໂອກາດ​ນີ້, ທ່າ​ນປະທານ​ປະ​ເທດ Truong Tan Sang ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂັວນ​ໃຫ້​ບັນດາຄອບຄົວ​ທີ່​ມີ​ຫຼາຍ​ລຸ້ນຄົນ​ເຮັດ​ວຽກ​ຢູ່​ບໍແຮ່.

ປະທານປະເທດ Truong Tan Sang ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິນ - ảnh 2
ປະທານປະເທດ Truong Tan Sang ຢ້ຽມຢາມ ​ແລະ ມອບ​ຂອງ​ຂັວນ
​ໃຫ້​ບັນດາຄອບຄົວ​ທີ່​ມີ​ຫຼາຍ​ລຸ້ນຄົນ​ເຮັດ​ວຽກ​ຢູ່​ບໍແຮ່

(ພາບ: dantri.com.vn)

ວັນ​ທີ 6/5, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ​ບໍລິສັດ​ຫຸ້ນ​ສ່ວນ​ຜະລິດ​​ກົນ​ຈັກ ທີ່ຂຶ້ນ​ກັບ​ກຸ່ມ​ບໍລິສັດ​ຖ່ານ​ຫີນ​ບໍ​ແຮ່​ຫວຽດນາມ​. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ, ທ່ານ​ເວົ້າ​ວ່າ:

“ສິ່ງ​ທີ່​ໜ້າ​ພາກ​ພຸມ​ໃຈທີ່​ສຸດ​ແມ່ນ​ຢູ່​ທີ​ນີ້​ຖັນ​ແຖວ​ພະນັກງານ​ມີ​ສື​ມື​ການ​ຊ່າງ​ດີ​ພໍ​ສົມຄວນ, ບ່ອນ​ກິນ​ບ່ອນຢູ່​ເປັນ​ປົກກະ​ຕິ. ທາງບໍລິສັດ​ຄວນ​ຄິດ​ໄລ່​ເຖິງ​ວຽກ​ເຮັດ​ງານ​ທຳ, ການ​ຜະລິດ​ເພື່ອ​ເພີ່ມ​ເງິນ​ເດ​ືອນ​ໃຫ້​ກຳມະກອນ. ສິ່ງ​ດັ່ງກ່າວ​ພັກ ​ແລະ ລັດ​ເຮົາ​ກໍ​ຕ້ອງ​​ເອົາ​ໃຈ​ໃສ່, ​ແຕ່​ກ່ອນ​ອື່ນ​ໝົດ​ທາງບໍລິສັດ ​ແລະ ​ຜູ້​ອອກ​ແຮງ​ງານ​ຄວນ​ເອົາ​ໃຈ​ໃສ່ ​ແລະ ພະຍາຍາມ, ຜ່ານ​ການ​ຍົກ​ສະມັດ​ຕະພາບ​ແຮງ​ງານ ​ແລະ ​ລາຍ​ຮັບ. ພວກ​ຂ້າພະ​ເຈົ້າ​ຈະ​ມີ​ຄວາມ​ຮັບຜິດຊອບ​ພ້ອມ​ກັບທາງ​ບໍລິສັດ​ຄິດ​ໄລ່​ຕື່ມ​ອີກກ່ຽວ​ກັບ​ກົນ​ໄກ​ຜະລິດ​ ​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ຫຼາຍ​ກ່ວາໃຫ້​ແກ່​ກຳມະກອນ​ຜູ້​ອອກ​ແຮງ​ງານ”

ຂ່າວ/ບົດ​ອື່ນ