ປະທານປະເທດ Truong Tan Sang ສົ່ງຈົດໝາຍເນືອ່ງໃນໂອກາດໄຂສົກຮຽນໃໝ່

ປະທານປະເທດ Truong Tan Sang ສົ່ງຈົດໝາຍເນືອ່ງໃນໂອກາດໄຂສົກຮຽນໃໝ່ - ảnh 1
ທ່ານປະທານ ປະເທດຫວຽດນາມ Truong Tan Sang


Vovworld- ​ເນືອ່ງ​ໃນ​ໂອກາດໄຂສົກຮຽນໃໝ່ 2012 – 2013, ທ່ານປະທານ ປະເທດຫວຽດນາມ Truong Tan Sang ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ບັນດາ​ຄູ​ອາຈານ, ນັກຮຽນ​, ນັກ​ສຶກສາ​ໃນ​ທົ່ວ​ປະ​ເທດ. ​ໃນ​ຈົດໝາຍ, ທ່ານປະທານ ປະເທດຫວຽດນາມ Truong Tan Sangໄດ້ຊົມເຊີຍຄວາມມານະພະຍາ​ຍາມ ​ແລະ ບັນດາ​ຜົນງານ​ຂອງ​ຂະ​ແໜງ​ສຶກສາ, ​ເປັນ​ຕົ້ນ​ແມ່ນ​ຖັນ​ແຖວ​ຄູ​ອາຈານ​ທີ່​ສຸມ​ຈິດ​ສຸມ​ໃຈ​ຕໍ່​ວຽກ​ງານ, ມີ​ບັນດາ​ການ​ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ສ້າງ​ຄົນ, ບັນດາ​ນັກຮຽນ, ນັກ​ສຶກສາ​ທີ່​ມີ​ສະພາບ​ຫຍຸ້ງຍາກ​ແຕ່​ໄດ້​ບືນ​ຕົວ​ຂຶ້ນ​ໃນ​ການ​ຮ່ຳຮຽນ. ທ່ານປະທານ ປະເທດຫວຽດນາມ Truong Tan Sang ​ໄດ້​ຊີ້​ແຈ້ງວ່າ ສົກຮຽນໃໝ່ 2012 – 2013 ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ​ແມ່ນ​ສົກຮຽນ​ທຳ​ອິດ​ຂອງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ດ້ານ​ການ​ສຶກສາ 2011-2020. ຂະ​ແໜງ​ສຶກສາ​ຄວນ​ສືບ​ຕໍ່​ປ່ຽນ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ການ​ສຶກສາ; ພັດທະນາ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ​ການ​ສຶກສາ. ທ່ານປະທານ ປະເທດຫວຽດນາມ Truong Tan Sang ​ເຊື່ອ​ໝັ້ນ​ວ່າ ພວກ​ນ້ອງ ນັກຮຽນ​, ນັກ​ສຶກສາ​ຈະ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ມັກ​ການ​ຮ່ຳຮຽນ​ຂອງ​ຊາດ​ຫວຽດນາມ, ປະຕິບັດ​ຕາມ​ບັນດາ​ແບບຢ່າງ​ຮຽນ​ເກັ່ງ, ຝຶກ​ຝົນ​ຫຼໍ່​ຫຼອມ​ເປັນ​ຢ່າງ​ດີ, ບຸກບືນ​ຂຶ້ນ​ຍາດ​ເອົາ​ບັນດາ​ຍອດ​ສູງ​ຂອງ​ວິທະຍາສາດ, ປະກອບສ່ວນ​ເຮັດ​ໃຫ້​ຊື່​ສຽງ​ຮຽງນາມຂອງ​ຊາດ​ຫວຽດນາມ​ໂດ່​ງດັງ​ຂຶ້ນ.

 

ຂ່າວ/ບົດ​ອື່ນ