(vovworld) - ວັນທີ 19/11, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູຫວຽດນາມ 20/11 ຢູ່ສະຖາບັນການເມືອງ ການປົກຄອງແຫ່ງຊາດໂຮ່ຈິມິນ, ທ່ານປະທານປະເທດ Truong Tan Sang ໄດ້ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມ ແລະ ຜົນງານທີ່ສະຖານບັນ ບັນລຸໄດ້ໃນຊຸມປີຜ່ານມາ. ທ່ານປະທານປະເທດເນັ້ນໜັກວ່າ ສະຖາບັນການເມືອງ ການປົກຄອງແຫ່ງຊາດໂຮ່ຈິມິນ ມີບົດບາດທີ່ຕັ້ງສຳຄັນພິເສດໃນການກໍ່ສ້າງ, ບຳລຸງສ້າງບັນດາພະນັກງານການນຳ, ຄຸ້ມຄອງທີ່ຫຼັກແຫຼ່ງໃນລະບົບການເມືອງຂອງປະເທດຊາດ. ຕໍ່ໜ້າຄວາມຮຽກຮ້ອງກໍ່ສ້າງຖັນແຖວພະນັກງານເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃໝ່, ສະຖາບັນການເມືອງ ການປົກຄອງແຫ່ງຊາດໂຮ່ຈິມິນ ມີໜ້າທີ່ອັນໃຫຍ່ຫຼວງໃນການປະຕິບັດໜ້າທີ່ໂດຍກອງປະຊຸມໃຫຍ່ຂອງພັກ ແລະ ຄະນະບໍລິຫານງານສູນກາງວາງອອກ, ໂດຍສະເພາະແມ່ນເລື່ອງຍົກສູງຄຸນນະພາບວຽກງານກໍ່ສ້າງ, ບຳລຸງສ້າງໃຫ້ພະນັກງານ, ຕໍ່ສູ່ຍູ້ສະພາບການເຊື່ອມທາເສຍຄຸນດ້ານການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກຈຳນວນໜຶ່ງໃຫ້ຖອຍໄປ. ທ່ານປະທານປະເທດ Truong Tan Sang ຮຽກຮ້ອງວ່າ.
“ເພື່ອປະຕິບັດໜ້າທີ່ດັ່ງກ່າວໃຫ້ເປັນຢ່າງດີ, ບັນຫາສຳຄັນອັນດັບໜຶ່ງນັ້ນແມ່ນ ສະຖາບັນຕ້ອງສຸມໃສ່ຍົກສູງຄຸນນະພາບວຽກງານກໍ່ສ້າງ, ບຳລຸງສ້າງຢ່າງຮອບດ້ານ, ຖືດ້ານຈຳນວນເປັນສຳຄັນເຮັດໃຫ້ຄຸນນະພາບຖືກຫຼຸດລົງ, ບໍ່ຖືຂັ້ນຕຳແໜ່ງເປັນສຳຄັນ. ນັກຮຽນຕ້ອງຍົກສຸງທັດສະນະ, ແນວທາງຂອງພັກ, ຄຸນນະທາດດ້ານການເມືອງ, ຄວາມສາມາດນຳໃຊ້ທິດສະດີເຂົ້າໃນພຶດຕິກຳຕົວຈິ່ງວຽກງານ; ພ້ອມທັງຝຶກຝົນຫຼໍ່ຫຼອມກ່ຽວກັບຄຸນສົມບັດ, ແບບແຜນດຳລົງຊີວິດຂອງພະນັກງານການນຳ, ຄຸ້ມຄອງ. ການປ່ຽນໃໝ່ລາຍການ, ເນື້ອໃນ, ວິທີການສິດສອນຢູ່ສະຖາບັນຕ້ອງມຸ້ງໄປເຖິງການປະຕິບັດຈຸດໝາຍຍົກສູງຄຸນນະພາບການກໍ່ສ້າງ, ບຳລຸງສ້າງຢ່າງຮອບດ້ານໃຫ້ໄດ້”.