ປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Ninh Thuan

ປະທານປະເທດ Truong Tan Sang ເຮັດວຽກຢູ່ແຂວງ Ninh Thuan - ảnh 1
ປະທານປະເທດ Truong Tan Sang ເຮັດວຽກຢູ່ເມືອງ Thuan Nam
(ພາບ:baoninhthuan.com.vn)

( vovworld ) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ Ninh Thuan, ຕອນ​ເຊົ້າວັນ​ທີ 22/4. ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້ຮັບ​ຟັງ​ການ​ນຳ​ແຂວງ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປະຕິ​ບັດໜ້າ​ທີ່​ເສດຖະກິດ-​ສັງຄົມ, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຊີ​ວີ​ດການ​ຜະລິດ​ຂອງປະຊາຊົນ​ໃນ​ບໍລິ​ເວນ, ​ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຊົນ​ເຜົ່າ ​ແລະ ປະຊາຊົນ​ຂຶ້ນ​ກັບ​ເຂດ​ໂຄງການ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ Ninh Thuan. ກ່າ​ວຄຳ​ເຫັນ​ທີ່​ການ​ເຮັດ​ວຽກ ທ່ານປະທານ​ປະ​ເທດ Truong Tan Sang ​ເນັ້ນໜັກ​ວ່າ: Ninh Thuan ຕ້ອງຮີ​ບເຮັ່ງ​ເພື່ອ​ຮັກສາ​ການຈະ​ເລີ​ນ​ໂຕ​ບ​ໂຕ ​ແລະ ຮຽກຮ້ອງ​ແຂ​ວງ Ninh Thuan ຈົ່ງຕ້ອງ​ສືບ​ຕໍ່​ເປັນ​ເຈົ້າການ​ເລືອກ​ເຟັ້ນຄູ່​ຮ່ວມ​ມື, ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ ທາງ​ແຂວງ​ຄວນ​ເອົາ​ໃຈ​ໃສ່ບູລະນະ​ລະ​ບົບການ​ເມືອງ. ​ເມື່ອ​ລົງ​ຢ້ຽມຢາມ​ເມືອງ Thuan Nam ຊື່​ງ​ແມ່ນ​ສະຖານ​ທີ່​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ເລກ 1, ທ່ານປະທານ​ປະ​ເທດຖື​ວ່າ ​ໂຄງການ​ໄຟຟ້າ​ນິວ​ເຄຼຍ Ninh Thuan ​​ເລກ 1 ​ແມ່ນ​ໂຄງການ​ໃຫ່ຍ, ນຳ​ມາ​ເຊີ່ງ​ຜົນ​ປະ​ໂຫຍ​ດລວມ​ໃຫ້​ແກ່​ປະ​ເທດ​ຊາດ. ຍ້ອນ​ເຫດ​ນັ້ນ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ ຈົ່ງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ ຈັດຕັ້ງຊີວິດ​ໃຫ້​ປະຊາຊົນ​ຢູ່​ເຂດ​ຕັ້ງຖິ່ນ​ຖານ​ໂຄງ​ທີ່​ຄືນ​ໃໝ່​ໃຫ້​ດີ​ກ່ວາ​ອີກ​ເມື່ອ​ທຽບ​ກັບ​ປະຈຸ​ບັນ. ​ໃນ​ວັນ​ດຽວ​ກັນ, ​ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ຄອບຄົວ​ເປົ້າໝາຍ​ນະ​ໂຍບາຍ​ໃນ​ບໍລິ​ເວນ​ແຂວງ.

 

 

ຂ່າວ/ບົດ​ອື່ນ