ປະທານປະເທດ, ລັດຖະບານຫວຽດນາມ ມີອາຍຸການບັນລຸຜົນສຳເລັດ

(VOVWORLD) -ໃນອາຍຸການຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະການນຳສູງສຸດຂອງພັກ ແລະ ລັດ ໄດ້ຍູ້ແຮງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງບໍ່ຢຸດຢັ້ງ, ບໍ່ມີເຂດຫ້າມ
ປະທານປະເທດ, ລັດຖະບານຫວຽດນາມ ມີອາຍຸການບັນລຸຜົນສຳເລັດ - ảnh 1ວາລະປຶກສາຫາລືບົດລາຍງານວຽກງານອາຍຸການ 2016 – 2021
(ພາບ: baoquocte.vn)

ວັນທີ 29 ມີນາ, ທີ່ວາລະປຶກສາຫາລືບົດລາຍງານວຽກງານອາຍຸການ 2016 – 2021 ຂອງປະທານປະເທດ, ລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ຕີລາຄາສູງຄວາມມານະພະຍາຍາມ, ໜ້າທີ່ຄວາມຮັບຜິດຊອບຂອງປະທານປະເທດ, ລັດຖະບານ ໃນວຽກງານບໍລິຫານ, ພັດທະນາປະເທດຊາດ. ທ່ານ ຫວູຕ໊ຽນໂລກ, ສະມາຊິກສະພາແຫ່ງຊາດແຂວງ ທ໊າຍບິ່ງ, ຕີລາຄາວ່າ:

        “ໃນອາຍຸການຜ່ານມາ, ທ່ານເລຂາທິການໃຫຍ່, ປະທານປະເທດ ແລະ ຄະນະການນຳສູງສຸດຂອງພັກ ແລະ ລັດ ໄດ້ຍູ້ແຮງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢ່າງບໍ່ຢຸດຢັ້ງ, ບໍ່ມີເຂດຫ້າມ, ບໍ່ເວັ້ນເສຍ. ອາຍຸການຄັ້ງນີ້ກໍ່ໄດ້ສ້າງຂີດໝາຍກ່ຽວກັບການພົວພັນຕ່າງປະເທດ, ການເຊື່ອມໂຍງຍອດສູງ, ສະແດງໃຫ້ເຫັນຄຸນນະທາດ, ເຈດຈຳນົງ ແລະ ຄວາມຕັດສິນໃຈທາງດ້ານການເມືອງຂອງຫວຽດນາມ ໃນການກຳແໜ້ນບັນດາທ່າອ່ຽງຂອງຍຸກສະໄໝ, ລະດົມບັນດາແຫຼ່ງກຳລັງສາກົນໃຫ້ແກ່ພາລະກິດພັດທະນາປະເທດຊາດ, ໃນຂົງເຂດນີ້ ຫວຽດນາມ ກໍ່ບັນລຸໄດ້ເປົ້າໝາຍທີ່ວ່າ ທັງເປີດກວ້າງການເຊື່ອມໂຍງຢ່າງເລິກເຊິ່ງ, ກວ້າງຂວາງ, ທັງ ຮັກສາອະທິປະໄຕແຫ່ງຊາດ”.

        ເມື່ອຕີລາຄາກ່ຽວກັບຜົນສຳເລັດຂອງລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ, ຜົນສຳເລັດຂອງລັດຖະບານແມ່ນມີຫຼາຍ ແຕ່ຜົນສຳເລັດສ້າງສິ່ງມະຫັດສະຈັນນັ້ນແມ່ນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ທ່ານ ເລແທັງເວີນ, ສະມາຊິກສະພາແຫ່ງຊາດແຂວງ ກ່າເມົາ, ຍົກຄຳເຫັນວ່າ:

“ບົດຮຽນກ່ຽວກັບລັກສະນະເປັນເຈົ້າການ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າຕົນເອງ, ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19. ລັກສະນະມີຄວາມຮັບຜິດຊອບຢູ່ທີ່ນີ້ແມ່ນນຳໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດຂອງລັດຖະບານ, ພິເສດແມ່ນທ່ານນາຍົກລັດຖະມົນຕີໄດ້ຊີ້ນຳລະບົບເຂົ້າຮ່ວມໂດຍທັນທີ. ລັກສະນະເປັນເຈົ້າຕົນເອງແມ່ນ ໃນສະພາບການໂລກພວມກະວົນກະວາຍກັບໂລກລະບາດໂຄວິດ-19 ນັ້ນ, ຫວຽດນາມ ໄດ້ມີແຜນການປິ່ນປົວຢ່າງຕັ້ງໜ້າ, ມີວິທີສະກັດກັ້ນໂລກລະບາດພິເສດ.”

        ສ່ວນຕາມທ່ານ ໂງຈູງແທັ່ງ, ສະມາຊິກສະພາແຫ່ງຊາດແຂວງ ດັກລັກ ແລ້ວ, ລັດຖະບານໄດ້ຂ້ຽວຂາດ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຊ່ວຍຍົກສູງທີ່ຕັ້ງ ແລະ ກຳລັງແຮງຂອງປະເທດຊາດ, ຂອບຂະໜາດພື້ນຖານເສດຖະກິດຢືນອັນດັບທີ 37 ໃນໂລກ, ກາຍເປັນປະເທດມີລາຍຮັບປານກາງ.

ຕອບກັບ

ຂ່າວ/ບົດ​ອື່ນ