ປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມ ສະພາສັງຄະລາດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 7/8, ທ່ານປະທານປະເທດຫວຽດນາມ ຫວໍ້ວັນເຖືອງ ໄດ້ໄປຢ້ຽມຢາມ ແລະ ພົບປະກັບສະພາສັງຄະລາດຫວຽດນາມ ຢູ່ຫ້ອງການສະພາສັງຄະລາດຫວຽດນາມທີ່ຕັ້ງຢູ່ນະຄອນ ໂຮ່ຈີມິນ.
ປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມ ສະພາສັງຄະລາດຫວຽດນາມ - ảnh 1

ປະທານປະເທດ ຫວໍ້ວັນເຖືອງ ຢ້ຽມຢາມ ສະພາສັງຄະລາດຫວຽດນາມ

     ຕາງໜ້າການນຳພັກ ແລະ ລັດ, ທ່ານປະທານປະເທດ ຫວໍ້ວັນເຖືອງຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍ່ປະຕິບັດແນວທາງ ແລະ ນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍເພື່ອຮັບປະກັນ ແລະ ເຄົາລົບເສລີພາບ ແລະ ການເຫຼື້ອມໃສ ຂອງປະຊາຊົນ, ໃນນັ້ນມີພໍ່ແມ່ພີ່ນ້ອງຊາວກາໂຕລິກ. ທ່ານປະທານປະເທດໃຫ້ຮູ້ວ່າ, ໃນໄລຍະຢ້ຽມຢາມສຳນັກ ວາຕິກັງເມື່ອບໍ່ດົນມານີ້, ທ່ານປະທານປະເທດ ຫວໍ້ວັນເຖືອງ ໄດ້ມີການພົບປະກັບພະສັນຕະປາປາ Francis ແລະ ໄດ້ເຮັດວຽກກັບພະຄາດິນັນ,ນາຍົກລັດຖະມົນຕີ ສຳນັກວາຕີກັງ Holy See, Cardinal Pietro Parolin. ຕາມທ່ານປະທານປະເທດແລ້ວ, ໝາກຜົນອັນດີງາມຂອງການຢ້ຽມຢາມຄັ້ງນີ້ແມ່ນໄດ້ຮັບຄວາມສົນໃຈຂອງຊາວກາໂຕລິກໃນທົ່ວປະເທດ.

     ສ່ວນ ສັງຄະນາຍົກ Joseph ຫງວຽນນັງກໍ່ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍ ໝາກຜົນການຢ້ຽມຢາມ ໂອຕາລິດ, ອີຕາລີ ແລະ  ວາວຕີກັງຂອງ ທ່ານປະທານປະເທດ ຫວໍ້ວັນເຖືອງ. ຕາມສັງຄະນາຍົກ Archbishop Joseph ຫງວຽນນັງແລ້ວ, ການຢ້ຽມຢາມຊ່ວຍປັບປຸງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມໃນເວທີສາກົນ ແລະ ນຳການພົວພັນ ຫວຽດນາມ - ວາຕີກັງ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ເມື່ອສອງຝ່າຍໃຫ້ສັດຕະຍາບັນລະບຽບການເຄື່ອນໄຫວຂອງ ຫ້ອງການຜູ້ຕາງໜ້າຫວຽດນາມປະຈຳສຳນັກວາຕີກັງ ແລະ ຫ້ອງການຜູ້ຕາງໜ້າສຳນັກວາຕີກັງປະຈຳ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ