ປະທານ​ປະ​ເທດ ຫວຽດນາມ ​​ເຂົ້າຮ່ວມ​ການສຳ​ມະ​ນາ ຍົກ​ສູງ​ຄຸນ​ນະພາ​ບ​ ວິຈານ​ວັນນະຄະດີ

ປະທານ​ປະ​ເທດ ຫວຽດນາມ ​​ເຂົ້າຮ່ວມ​ການສຳ​ມະ​ນາ ຍົກ​ສູງ​ຄຸນ​ນະພາ​ບ​ ວິຈານ​ວັນນະຄະດີ - ảnh 1

ທ່ານ Truong Tan Sang ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ

(ພາບ:truongtansang.net)

( vovworld ) –  ຕອນ​ເຊົ້າວັນ​ທີ 10/4, ​​​ໃນ​ການເຂົ້າຮ່ວມ ​ແລະ ກ່າວ​ປາ​ໄສ​ທີ່ກອງ​ປະຊຸມ​ສຳ​ມະ​ນາວິທະຍາສາດ “ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ໃນ​ການ​ວິຈານ​ວັນນະຄະດີ“ ​ໂດຍ​ສະພາ​ທິດ​ສະ​ດີວິຈານ​ວັນນະຄະດີສິລະ​ປະ​ສູນ​ກາງ ສົບ​ທົບ​ກັບ​ສະ​ມາ​ຄົມ​ນັກ​ປະພັນ​ຈັດຕັ້ງຂຶ້ນ​ນັ້ນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ຖື​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ສຳ​ມະ​ນາ​ທີ່​ສຳຄັນ​ໃນ​ປີ 2012 ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປະຕິບັດ​ໜື່ງ​ໃນ​ໜ້າ​ທີ່​ໄດ້​ວາງ​ອອກ​ໃນມະຕິ​ເລກທີ 23 ຂອງ​ກົມ​ການ​ເມືອງ​ຊຸດ​ທີ 10 ກ່ຽວ​ກັບ “ການສືບ​ຕໍ່ສ້າງ ​ແລະ ພັດທະນາ​ວັນນະຄະດີ​ສິລະ​ປະ​ໃນ​ໄລຍະ​ໃໝ່“. ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ສະ​ເໜີ​ໃຫ້ສະພາ​ທິດ​ສະ​ດີວິຈານ​ວັນນະຄະດີສິລະ​ປະ​ສູນ​ກາງ ຕ້ອງ​ເສີມ​ຂະຫຍາຍ​ທີ່​ຕັ້ງ ພາລະ​ໜ້າ​ທີ່​ຂອງ​ສະພາ ​ເພື່ອ​ແນ​ໃສ່​ປະຕິບັດມະຕິ​ເລກທີ 23 ​ແລະ ຊອກ​ຫາ​ມາດ​ຕະການ​ຊຸກຍູ້​ການ​ພັດທະນາ​ຂອງ​ວັນນະຄະ​ດີ​ສິລະ​ປະ​ຫວຽດນາມ:  “ມະຕິ​ເລກທີ 23 ຂອງ​ກົມ​ການ​ເມືອງ​ໄດ້​ຖືກ​ສ້າງ​ຂຶ້ນ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​ໃໝ່​ດ້ານ​ວັນນະຄະດີ​ສິລະ​ປະ​ໃນ​ສະພາບ​ການ​ໃໝ່, ​ເຊື່ອມ​ໂຍງ​ເຂົ້າກັບ​ທົ່ວ​ໂລກ. ຂ້າພະ​ເຈົ້າຖື​ວ່າ, ຖ້າ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຢ່າງ​ດີ​ທີ່​ສຸດ, ຈະ​ແກ້​ໄຂ​ບັນດາ​ຈຸດ​ອ່ອນ​ໃນ​ບົດ​ລາຍ​ງານ​ຊຸດ​ນີ້​ໄດ້. ​ເພື່ອ​ເຮັດ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ຈັດ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຫຼາຍ​ກ່ວາ​ອີກ ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ວັນນະຄະດີ​ຫວຽດນາມຢ່າງ​ກົງ​ໄປ​ກົງ​ມາ

 

 

 

ຂ່າວ/ບົດ​ອື່ນ