ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນທ່ອງທ່ຽວ ເກື໋ອລໍ່ປີ 2017
|
(vovworld) – “ງານບຸນທ່ອງທ່ຽວ ເກື໋ອລໍ່ ປີ 2017” ດ້ວຍຫົວຂໍ້ວ່າ “ເກື໋ອລໍ່ ແຫ່ງເຕົ້າໂຮມ ແລະ ແຜ່ຂະຫຍາຍ” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 29/4, ຢູ່ເທດສະບາຍ ເກື໋ອລໍ່, ແຂວງ ເງະອານ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີກອງໄຂງານບຸນທ່ອງທ່ຽວທະເລ ເກື໋ອລໍ່ 2017. ງານບຸນເພື່ອແນໃສ່ເຊີດຊູ ແລະ ແນະນຳຄວາມສາມາດບົ່ມຊ້ອນການທ່ອງທ່ຽວເງະອານ ເວົ້າລວມ, ແລະ ຕົວເມືອງທ່ອງທ່ຽວທະເລ ເກື໋ອລໍ່ ເວົ້າສະເພາະ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຊວນເດື່ອງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ, ເນັ້ນໜັກເຖິງຄວາມງາມຂອງເຂດດິນແດນ ເງະອານ, ດ້ວຍຄວາມເປັນເອກະລັກສະເພາະຂອງປູຊະນີຍະສະຖານປະຫວັດສາດ ວັດທະນະທຳ, ທັດສະນີຍະພາບ ແລະ ລະບົບຊີວະນາໆພັນທີ່ມີຫຼາຍຮູບຫຼາຍແບບນັບພັນແຫ່ງຢູ່ແຂວງ. ທ່ານກ່າວວ່າ:
“ໃນຮູບພາບດ້ວຍສີສັນຫຼາກຫຼາຍນັ້ນ, ພົນເດັ່ນແມ່ນບັນດາຈຸດໃໝ່, ຄວາມຂະຫຍັນຂັນເຄື່ອນ ແລະ ເຕັ້ມໄປດ້ວຍກຳລັງໜຸ່ມແໜ້ນຂອງເຂດຕົວເມືອງທ່ອງທ່ຽວ ເງະອານ, ເຊິ່ມແມ່ນຕົວເມືອງທ່ອງທ່ຽວທະເລແຫ່ງທຳອິດຂອງທົ່ວປະເທດ, ແມ່ນ “ເພັດມະນີຂຽວຂອງເງະອານ”, ແຕ່ລະປີໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 3 ລ້ານເທື່ອຄົນ. ໂດຍຜ່ານໄລຍະທາງ 110 ປີແຫ່ງວັນສ້າງຕັ້ງ ແລະ 23 ປີແຫ່ງການພັດທະນາ, ປະຈຸບັນ, ເກື໋ອລໍ່ ໄດ້ສະແດງຮູບພາບແມ່ນຕົວເມືອງທັນສະໄໝ, ຄືກໂຄມໜາແໜ້ນ, ຕົວເມືອງທ່ອງທ່ຽວທີ່ດຶງດູດໃຈເທື່ອລະກ້າວ.”