ປະທານປະເທດ ເຈີ່ນດ້າຍກວາງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ

(VOVWORLD) - ຕອນເຊົ້າວັນທີ 7 ກໍລະກົດ ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ຄະນະ ສສຊ ນະຄອນໂຮ່ຈີມິນ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ 1, ເມືອງ 3, ເມືອງ 4
ປະທານປະເທດ ເຈີ່ນດ້າຍກວາງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ - ảnh 1 ປະທານປະເທດ ເຈີ່ນດ້າຍກວາງ ລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ໂຮ່ຈີມິນ (ພາບ: TTXVN)

ເພື່ອລາຍງານໝາກຜົນກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດ ຫວຽດນາມ ຊຸດທີ່ 14. ທີ່ການພົບປະທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ແລກປ່ຽນເຮັດແຈ້ງບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈຄື: ການປົກປັກຮັກສາຊັບພະຍາກອນທຳມະຊາດສິ່ງແວດລ້ອມ, ນະໂຍບາຍພັດທະນາຂະແໜງກະສິກຳ; ປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານພະນັກງານ, ຫລຸດຜ່ອນພະນັກງານບັນຈຸ, ບູລະນະກົງຈັກລັດ. ທ່ານປະທານປະເທດໄດ້ເນັ້ນໜັກວ່າ ນີ້ແມ່ນການຕໍ່ສູ້ຮ່ວມຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບຂອງພະນັກງານສະມາຊິກພັກແຕ່ລະຄົນພ້ອມກັບປະຊາຊົນ. ທ່ານຫວັງວ່າ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຍາມໃດກໍ່ເຊື່ອໝັ້ນສະໜັບສະໜູນ ແລະ ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງໃຫ້ໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ