ປະທານປະເທດ ເຈີ່ນດາຍກວາງ ແລະ ພັນລະຍາຈະຢ້ຽມຢາມ ສະຫະພັນ​ລັດເຊຍ ແລະ ສາທາລະນະລັດເບລາຣຸດສ ຢ່າງເປັນທາງການ

(VOVWORLD) - ວັນທີ 20 ມິຖຸນາ, ກະຊວງການຕ່າງປະເທດ ຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າການຢ້ຽມຢາມຈະດຳເນີນ ແຕ່ວັນທີ 26 ມິຖຸນາ ຫາ ວັນທີ 1 ກໍລະກົດ 2017.

ໂດຍຮັບຄຳເຊີນຂອງ ທ່ານປະທານາທິບໍດີ ສະຫະພັນຣັດເຊຍ V.Putin ແລະ ທ່ານປະທານາທິບໍດີ ສາທາລະນະລັດເບລາຣຸດສ Alexander Lukashenko, ທ່ານປະທານປະເທດ ເຈີ່ນດາຍກວາງ ແລະ ພັນລະຍາ ຈະເດີນທາງຢ້ຽມຢາມ ສະຫະພັນຣັດເຊຍ ແລະ ສາທາລະນະລັດເບລາຣຸດສ ຢ່າງເປັນທາງການ. ວັນທີ 20 ມິຖຸນາ, ກະຊວງການຕ່າງປະເທດ ຫວຽດນາມ ອອກແຈ້ງການໃຫ້ຮູ້ວ່າການຢ້ຽມຢາມຈະດຳເນີນ ແຕ່ວັນທີ 26 ມິຖຸນາ ຫາ ວັນທີ 1 ກໍລະກົດ 2017.

ຕອບກັບ

ຂ່າວ/ບົດ​ອື່ນ