(vovworld) - ໂດຍປະຕິບັດລາຍການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຕອນເຊົ້າວັນທີ 24/06, ທ່ານປະທານປະເທດ ເຈືອງເຕີນຊາງ, ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ 13 ແລະ ບັນດາ ສສຊ ຫົວໜ່ວຍເລືອກຕັ້ງທີ 1, ນະຄອນໂຮ່ຈິມິນ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ 1 ແລະ ເມືອງ 3. ຜູ້ມີສິດເລືອກຕັ້ງຊົມເຊີຍກອງປະຊຸມຄັ້ງທີ 5 ໄດ້ເຮັດວຽກຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ພິເສດ, ເປັນຄັ້ງທຳອິດທີ່ສະພາແຫ່ງຊາດຈັດການລົງຄະແນນສຽງໄວ້ວາງໃຈ, ປ່ອນບັດໄວ້ວາງໃຈ ສຳລັບຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດ, ເລືອກຕັ້ງຫລືໃຫ້ສັດຕະຍາບັນ, ເລື່ອງຮັບເອົາຄຳເຫັນຈາກຜູ້ມີສິດເລືອກຕັ້ງກ່ຽວກັບບັນດາຮ່າງກົດໝາຍຄື: ກົດໝາຍວ່າດ້ວຍທີ່ດິນ, ຮ່າງກົດໝາຍລັດຖະທຳມະນູນປີ 1992 (ສະບັບປັບປຸງ) ໄດ້ຮັບການຕີລາຄາສູງຈາກຜູ້ມີສິດເລືອກຕັ້ງ. ຜູ້ມີສິດເລືອກຕັ້ງກໍສະແດງຄວາມເອົາໃຈໃສ່ພິເສດເຖິງການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດ ພາຍຫຼັງກອງປະຊຸມ. ກ່າວຄຳເຫັນທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານປະທານປະເທດ ເຈືອງເຕີນຊາງ ຮັບຮູ້ບັນດາຄຳເຫັນທີ່ສຸດຈິດສຸດໃຈຂອງຜູ້ມີສິດເລືອກຕັ້ງ ແລະ ພິເສດແມ່ນເນັ້ນໜັກເຖິງໜ້າທີ່ຮັບຜິດຊອບຂອງຫົວໜ້າ.
“ຄວາມປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແມ່ນມອບໜ້າທີ່ຮັບຜິດຊອບໃກ້ຜູ້ທີ່ເປັນຫົວໜ້າ. ສະພາແຫ່ງຊາດ ຈະປັງປຸງ, ເພີ່ມເຕີ່ມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ. ຂ້າພະເຈົ້າຖືວ່າ ເອກະສານນະໂຍບາຍໄດ້ມີຫຼາຍແລ້ວ ແຕ່ໃນການຈັດຕັ້ງປະຕິບັດບໍ່ທັນເຄັ່ງຄັດ. ສະນັ້ນ, ຂ້າພະເຈົ້າສະເໜີວ່າ ໃນການພົວພັນລະຫວ່າງຜູ້ມີສິດເລືອກຕັ້ງ ກັບພວກຂ້າພະເຈົ້າ ຄວນເພີ່ມການຊັກຖາມ. ບໍ່ແມ່ນພຽງແຕ່ພວກຂ້າພະເຈົ້າເທົ່ານັ້ນ, ຫາກບັນດາສະມາຊິກສະພາປະຊາຊົນ ກໍຕ້ອງປະຕິບັດຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນອີກດ້ວຍ”.
ປະທານປະເທດຫວັງວ່າ, ຜູ້ມີສິດເລືອກຕັ້ງແຕ່ລະຄົນຄວນເສີມຂະຫຍາຍບົດບາດຕິດຕາມກວດກາຂອງປະຊາຊົນ, ເພື່ອສ້າງຖັນແຖວພະນັກງານ ກໍຄືຊ່ວຍໃຫ້ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະຕິບັດວິໄນ, ລົງໂທດບັນດາພະນັກງານທີ່ໄດ້ລະເມີດກົດໝາຍ.