ປະທານປະເທດ ເຈືອງເຕີນຊາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ

ປະທານປະເທດ ເຈືອງເຕີນຊາງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນໂຮ່ຈິມິນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1
(ພາບ: qdnd.vn)


(vovworld) - ວັນ​ທີ 02/12, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ນະຄອນ​ໂຮ່ຈິ​ມິນ ຫົວໜ່ວຍ​ເລືອກ​ຕັ້ງ​​ເລກ 1 ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 1. ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຊົ​ມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຈິດ​ໃຈ​ເຮັດ​ວຽກ​ຢ່າງ​ເຂັ້ມ​ງວດ​ຂອງ​ບັນດາ ສສຊ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 6; ຖື​ນີ້​ແມ່ນ​ກອງ​ປະຊຸມ​ທີ່​ມີ​ລັກ​ສະ​ນະ​ປະວັດ​ສາດ ດ້ວຍ​ເລື່ອງ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື ​ແລະ ຕົກລົງ​ຫຼາຍ​ບັນຫາ​ສຳຄັນ, ພິ​ເສດ​ແມ່ນ​ເລື່ອງຮັບຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 (ສະບັບ​ປັບປ​ຸງ), ຮັບຮອງເອົາຮ່າງ​ກົດໝາຍ 8 ສະບັບ ​ແລະ ມະຕິ​ສຳຄັນ​ອື່ນໆ. ທ່ານ​ປະທາ​ນປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນປະກອບ​ຢ່າງ​ສຸດ​ຈິດ​ສຸດ​​ໃຈຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ແກ້​ໄຂ​ຄວາມ​ເປັນ​ຫ່ວງ​ກັງວົນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ຽວ​ກັບ​ປະສິດທິ​ຜົນ​ວຽກ​ງານ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ທ່ານ​ປະທານ​ປະ​ເທດ​ ປາດ​ຖະໜາ​ວ່າ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຕ່ລະຄົນ​ຄວນ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດ​ກາ​ຂອງ​ປະຊາຊົນ. ຍາມ​ໃດ ພັກ ​ແລະ ລັດ ກໍ່​ຮັບ​ຟັງຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ ຢືນຢັນ​ຈະ​ພ້ອມ​ກັບ​ບັນດາ ສສຊ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອສົມກັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ