ປະທານປະເທດ ເຈືອງເຕິ໋ນຊາງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ
ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ແລະ ບັນດາເອກອັກຄະລັດຖະທູດຫາກໍ່ໄດ້ຮັບແຕ່ງຕັ້ງ
(vovworld) - ຕອນບ່າຍວັນທີ 16/7, ຢູ່ສຳນັກງານປະທານປະເທດ, ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳຕ່າງປະເທດໃຫ້ 22 ທ່ານ ແລະ ຫົວໜ້າສະຖານກົງສູນຫວຽດນາມຢູ່ຕ່າງປະເທດໃຫ້ 7 ທ່ານ. ທ່ານ ປະທານປະເທດ ເຈືອງເຕິ໋ນຊາງ ເນັ້ນໜັກວ່າ, ການປະຕິບັດໜ້າທີ່ການທູດໄລຍະ 2014 – 2017 ແມ່ນກຸນແຈໃນວິວັດແຫ່ງການພັດທະນາປະເທດຊາດ. ນີ້ແມ່ນໄລຍະທີ່ພວກເຮົາຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ, ກະກຽມສະຫຼຸບການປະຕິບັດຍຸດທະສາດພັດທະນາໄລຍະ 2011 – 2020, ສືບຕໍ່ດຳເນີນການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບເຕີບໂຕໃນຂະນະທີ່ສະພາບຄວາມສະຫງົບ ແລະ ການພັດທະນາພວມຜັນແປໄປຢ່າງສັບສົນ. ທ່ານປະທານປະເທດຮຽກຮ້ອງວ່າ, ປະຈຸບັນ, ກວ່າເວລາໃດໝົດການທູດຕ້ອງນຳໜ້າໃນໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເປັນເຈົ້າການສະກັດກັ້ນການປະທະກັນ, ເດັດດຽວແກ້ໄຂບັນຫາໂດຍສັນຕິວິທີ, ປົກປັກຮັກສາອະທິປະໄຕປະເທດຊາດ, ລະດົມບັນດາແຫຼ່ງກຳລັງພາຍນອກ, ຂົນຂວາຍການສະໜັບສະໜູນຂອງປະຊາຄົມໂລກໃຫ້ແກ່ການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານປະທານປະເທດສະເໜີບັນດາ ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນຫວຽດນາມຢູ່ຕ່າງປະເທດສຸມໃສ່ບັນດາຂົງເຂດຮ່ວມມືຢ່າງລະອຽດ, ຊອກຫາມາດຕະການບຸກທະລຸໃນວຽກງານສົ່ງເສີມດ້ານການຄ້າເພື່ອເປີດກວ້າງຕະຫຼາດສົ່ງອອກສິນຄ້າຫວຽດນາມ, ດຶງດູດທຶນ FDI, ແນະນຳບົດຮຽນຂອງປະເທດຕ່າງໆເພື່ອຮັບໃຊ້ຈຸດໝາຍສ້າງໂຄງປະກອບເສດຖະກິດຫວຽດນາມຄືນໃໝ່, ຫັນປ່ຽນຮູບແບບເຕີບໂຕຂອງຫວຽດນາມ. ຄຽງຂ້າງນັ້ນ, ບັນດາອົງການຕາງໜ້າການທູດຄວນເອົາໃຈໃສ່ເປັນພິເສດເຖິງວຽກງານປົກປ້ອງພົນລະເມືອງ ແລະ ເສີມຂະຫຍາຍແຫຼ່ງກຳລັງສຳຄັນຂອງຊາວຫວຽດນາມຢູ່ຕ່າງປະເທດ, ສ້າງຄວາມໄວ້ເນື້ອເຊື່ອໃຈທັງດ້ານຈິດໃຈ, ຂໍ້ມູນຂ່າວ, ນິຕິກຳໃຫ້ເຂົາເຈົ້າ ເພື່ອແນໃສ່ສ້າງປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດໃຫ້ມີຄວາມສາມັກຄີກັນ, ອ່ວາຍເມືອຫາປະເທດຊາດ ແລະ ເພື່ອປະເທດຊາດ.