ປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ
(ພາບ: Mạnh Hùng)
(vovworld) – ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Susilo Bambang Yudhoyono, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ພັນທະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍ ແຕ່ວັນທີ 27 ຫາ 28/6. ການຢ້ຽມຢາມຂອງທ່ານປະທານປະເທດ ເຈືອງເຕີນຊາງ ເປັນການຢັ້ງຢືນອີກເທື່ອໜຶ່ງນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານກັບ ອິນໂດເນເຊຍ, ຄູ່ຮ່ວມມືທີ່ເປັນມູນເຊື້ອ ແລະ ສຳຄັນຂອງ ຫວຽດນາມ ໃນ ອາຊຽນ, ຊຸກຍູ້ບັນດາກາລະໂອກາດຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ຄາດວ່າ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, 2 ຝ່າຍຈະຍົກການພົວພັນຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.
ເມື່ອຕອບສຳພາດຕໍ່ສື່ມວນຊົນ ອິນໂດເນເຊຍ ກ່ອນການຢ້ຽມຢາມ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ: ຫວຽດນາມ ຖື ອິນໂດເນເຊຍ ເປັນສຳຄັນດ້ວຍຖານະແມ່ນຄູ່ຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຢ່າງມີປະສິດທິຜົນ, ພ້ອມທັງແມ່ນປະເທດມີບົດບາດ ແລະ ທີ່ຕັ້ງພວມນັບມື້ນັບໄດ້ສູງຂຶ້ນຢູ່ພາກພື້ນ ອາຊີ - ປາຊີຟີກ ກໍ່ຄືຢູ່ໃນໂລກ. ຕາມທ່ານປະທານປະເທດ ເຈືອງເຕີນຊາງ ແລ້ວ, 2 ຝ່າຍຄວນເຮັດໃຫ້ການພົວພັນ 2 ຝ່າຍໃຫ້ເລິກເຊິ່ງກ່ວາອີກ.
ກ່ຽວກັບບົດບາດຂອງ ຫວຽດນາມ ແລະ ອິນໂດເນເຊຍ ໃນການສ້າງກຸ່ມ ອາຊຽນ ເຂັ້ມແຂງກ່ວາ ແລະ ສາມັກຄີກ່ວາ, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ: ໃນໄລຍະຈະມາເຖິງ, 2 ຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນເພື່ອພ້ອມກັນຊຸກຍູ້ບັນດາຈຸດສຸມ, ບຸລິມະສິດທີ່ໄດ້ຮັບການຕົກລົງຂອງ ອາຊຽນ. ກ່ຽວກັບບົດບາດຂອງ ອິນໂດເນເຊຍ ແລະ ອາຊຽນ ໃນບັນຫາທະເລຕາເວັນອອກ, ຕາມທ່ານປະທານປະເທດ ເຈືອງເຕີນຊາງ ແລ້ວ, ທະເລຕາເວັນອອກແມ່ນບັນຫາຂຶ້ນກັບຄວາມສົນໃຈລວມ, ກ່ຽວຂ້ອງເຖິງສັນຕິພາບ ແລະ ຄວາມໝັ້ນຄົງຂອງທົ່ວພາກພື້ນ, ດັ່ງນັ້ນ ອາຊຽນ ມີບົດບາດ ແລະ ສຽງເວົ້າຂອງຕົນ. ຫວຽດນາມ ຫວັງວ່າ ອິນໂດເນເຊຍ ຈະຊຸກຍູ້ເສີມຂະຫຍາຍບົດບາດຕັ້ງໜ້າຂອງຕົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ທະເລຕາເວັນອອກ.