ປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມພິທີເປີດສະຫຼອງອະນຸສາວະລີເລຂາທິການໃຫຍ່ ຫງວຽນວັນລິງ
(ທ່ານປະທານປະເທດ ເຈືອງເຕີນຊາງ ເຂົ້າຮ່ວມ
ພິທີເປີດສະຫຼອງອານຸສາວະລີທ່ານເລຂາທິການໃຫຍ່ ຫງວຽນວັນລິງ)
(vovworld) – ຕອນເຊົ້າວັນທີ 27/04, ຢູ່ແຂວງຮືງອຽນ, ໄດ້ຈັດພິທີເປີດສະຫຼອງອານຸສາວະລີທ່ານເລຂາທິການໃຫຍ່ ຫງວຽນວັນລິງ. ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ຫວນຄືນຊີວິດ ແລະ ພາລະກິດປະຕິວັດອັນສະຫງ່າລາສີຊອງທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ເປັນລູກສິດດີເດັ່ນຂອງປະທານໂຮ່ຈິມິນ. ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ເກີດວັນທີ 01/07/1915, ຢູ່ແຂວງຮືງອຽນ. ໃນກິດຈະການປ່ຽນໃໝ່ປະເທດຊາດໂດຍທ່ານເລຂາທິການໃຫຍ່ ຫງວຽນວັນລິງ ເປັນຜູ້ລິເລີ່ມ ແລະ ປະຕິບັດ ໄດ້ຮັບບັນດາຜົນງານທີ່ສຳຄັນໃນທຸກຂົງເຂດ, ໂດຍສະເພາະແມ່ນການເມືອງ, ເສດຖະກິດ ສັງຄົມ. ທ່ານປະທານປະເທດ ເຈືອງເຕີນຊາງ ຊີ້ແຈ້ງວ່າ.
“ໃນຕະຫຼອດເກືອບ 70 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານເລຂາທິການໃຫຍ່ ຫງວຽນວັນລິງ ໄດ້ຮັບຖານະຕຳແໜ່ງການນຳທີ່ແຕກຕ່າງກັນເຊິ່ງພັກ, ລັດມອບໝາຍບັນດາໜ້າທີ່ສຳຄັນ, ເຖິງວ່າຢູ່ໄສ, ເຮັດວຽກງານໃດ ແລະ ຢູ່ບໍ່ວ່າໃນຖານະຕຳແໜ່ງໃດກໍ່ຕາມ, ສະຫາຍກໍ່ລ້ວນແຕ່ອຸທິດສ່ວນທາງດ້ານພູມປັດຍາ, ກຳລັງເຫື່ອແຮງໃຫ້ພັກ ແລະ ປະຊາຊົນ, ເປັນແບບຢ່າງດີເດັ່ນຂອງນັກກອມມູນິດທີ່ອົງອາດກ້າຫານ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກມອບໝາຍ ຢູ່ໃນຈຸດເວລາທີ່ຫຍຸ້ງຍາກຂອງການປະຕິວັດ, ເປັນແບບຢ່າງຂອງການນຳ ທີ່ຍາມໃດກໍ່ສູ້ຊົນ, ຮັກສາຄຸນນະທາດການປະຕິວັດ, ປະຢັດ, ທ່ຽງທຳ, ຍາມໃດກໍ່ຮໍ່າຮຽນເພື່ອມີຄວາມຮູ້, ຮັບຟັງປະຊາຊົນ, ເພື່ອນສະຫາຍ, ເອົາໃຈໃສ່ເຖິງການສະຫຼຸບພຶດຕິກຳຕົວຈິງ ເພື່ອເຮັດແຈ້ງ ແລະ ປະກອບສ່ວນສ້າງແນວທາງຂອງພັກ. ທ່ານເລຂາທິການໃຫຍ່ ຫງວຽນວັນລິງ ແມ່ນການນຳທີ່ດີດັ່ນ, ຕະຫຼອດຊີວິດເພື່ອປະຊາຊົນ, ເພື່ອປະເທດຊາດ, ມີຄຸນງາມຄວາມດີ ແລະ ອິດທິຜົນຊື່ສຽງອັນໃຫຍ່ຫຼວງສຳລັບປະເທດຊາດ ແລະ ປະຊາຊົນຫວຽດນາມ.”