(vovworld) - ຕອນບ່າຍວັນທີ 19/6, ພິທີຕ້ອນຮັບປະທານປະເທດ ເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຖືກຈັດຂຶ້ນຢ່າງເປັນທາງການທີ່ ຫໍສະພາປະຊາຊົນ ຈີນ. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ ຈີນ ຖືການຮ່ວມມືມິດຕະພາບກັບ ຫວຽດນາມ ເປັນສຳຄັນ. ທ່ານ ປະທານປະເທດ ເຈືອງເຕີນຊາງ ຢືນຢັນນະໂຍບາຍພື້ນຖານ, ສະເໝີຕົ້ນສະເໝີປາຍອັນຍາວນານຂອງພັກລັດ ແລະ ປະຊາຊົນ ຫວຽດນາມ ຖືການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ຮ່ວມມືກັບ ຈີນ ເປັນສຳຄັນ, ພ້ອມແລ້ວທີ່ຈະພ້ອມກັບພັກ, ລັດ ແລະ ປະຊາຊົນ ຈີນ ເຮັດຈົນສຸດຄວາມສາມາດຂອງຕົນເພື່ອນຳການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຂຶ້ນສູ່ລະດັບສູງໃໝ່. ກ່ຽວກັບການພົວພັນ 2 ຝ່າຍ, 2 ຝ່າຍມີຄວາມພາກພຸມໃຈເມື່ອເຫັນວ່າການພົວພັນລະຫວ່າງ 2 ພັກ, 2 ລັດໃນໄລຍະຜ່ານມາສືບຕໍ່ມີບາດກ້າວພັດທະນາໃໝ່, ຕີລາຄາສູງເລື່ອງເຊັນໂຄງການເຄື່ອນໄຫວຜັນຂະຫຍາຍການພົວພັນ ຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ຈີນ ແລະ ບັນດາເອກະສານຮ່ວມມືສຳຄັນອື່ນໆ ໃນການຢ້ຽມຢາມຄັ້ງນີ້. 2 ຝ່າຍເຫັນດີເປັນເອກະສັນກັນຄວນສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ພັກ, 2 ລັດໃຫ້ເລິກເຊິ່ງກ່ວາອີກ, ເພີ່ມທະວີບັນດາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ສືບຕໍ່ຊຸກຍູ້ການພົວພັນແລກປ່ຽນ ແລະ ຜັນຂະຫຍາຍບັນດາເນື້ອໃນ, ຂໍ້ຕົກລົງຮ່ວມມືລະຫວ່າງບັນດາອົງການພັກ, ກະຊວງ, ຂະແໜງການ, ທ້ອງຖິ່ນ 2 ຝ່າຍ, ຊຸກຍູ້ການພົວພັນແລກປ່ຽນລະຫວ່າງບັນດາໝູ່ຄະນະຢ່າງມີປະສິດທິຜົນ, ເພື່ອແນໃສ່ເພີ່ມທະວີການສຶກສາມູນເຊື້ອມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ 2 ປະເທດ.
2 ຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກໆຂົງເຂດເສດຖະກິດ, ການຄ້າ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການສຶກສາ... ເຮັດໃຫ້ເນື້ອແທ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດອຸດົມສົມບູນຂຶ້ນຕື່ມ, ຊຸກຍູ້ການຄ້າ 2 ປະເທດ, ສູ້ຊົນຍົກວົງເງິນການຄ້າ 2 ປະເທດຂຶ້ນ 60 ຕື້ USD ໃນປີ 2015. ທ່ານປະທານປະເທດ ເຈືອງເຕີນຊາງ ຊົມເຊຍ ແລະ ຫວັງວ່າຝ່າຍ ຈີນເພີ່ມທະວີການລົງທຶນບັນດາໂຄງການໃຫຍ່ໃນຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ປຸງແຕ່ງ, ອຸດສາຫະກຳສຳຮອງ ດ້ວຍເຕັກໂນໂລຢີທັນສະໄໝ, ກ້າວໜ້າ.
ທ່ານປະທານປະເທດ ເຈືອງເຕີນຊາງ ແລະ
ທ່ານປະທານປະເທດ ສີຈິ້ນຜິງ
(ພາບ:
AFP)
2 ຝ່າຍໄດ້ແລກປ່ຽນຄຳເຫັນຢ່າງຈິງໃຈ, ກົງໄປກົງມາ ແລະ ເປັນເອກະພາບຈະສືບຕໍ່ແລກປ່ຽນ ແລະ ສົນທະນາເປັນປະຈຳກ່ຽວກັບບັນຫາບົນທະເລ, ປະຕິບັດຂໍ້ຕົກລົງກ່ຽວກັບຫຼັກການພື້ນຖານກ່ຽວກັບບັນຫາບົນທະເລລະຫວ່າງ ຫວຽດນາມ - ຈີນ ຢ່າງເຂັມງວດ, ແກ້ໄຂການພິພາດກັນຜ່ານບັນດາມາດຕະການສັນຕິວິທີ, ຊອກຫາ ແລະ ແລກປ່ຽນບັນດາມາດຕະການພື້ນຖານ ແລະ ຍາວນານ ເຊິ່ງ 2 ຝ່າຍລ້ວນແຕ່ສາມາດຮັບຮູ້ໄດ້, ແກ້ໄຂບັນດາບັນຫາເກີດຂຶ້ນຢ່າງສົມເຫດສົມຜົນ, ບໍ່ໃຫ້ສົ່ງຜົນສະທ້ອນເຖິງການພັດທະນາຢ່າງປອດໂປ່ງຂອງ 2 ປະເທດ ກໍ່ຄືສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ.
2 ຝ່າຍເຫັນດີເປັນເອກະພາບປະຕິບັດຖະແຫຼງການກ່ຽວກັບການປະພຶດຕໍ່ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ທະເລຕາເວັນອອກ. ໃນປີນີ້, ປະຕິບັດ ໜຶ່ງ ຫຼື 2 ໂຄງການຮ່ວມມືໃນຈຳນວນ 3 ໂຄງການໄດ້ຕົກລົງແລ້ວ.
ພີເສດ, ທ່ານປະທານປະເທດ ເຈືອງເຕີນຊາງ ເນັ້ນໜັກເປັນພິເສດເຖິງບັນຫາອາຊີບປະມົງ ທີ່ກ່ຽວຂ້ອງເຖິງຊີວິດການເປັນຢູ່ ແລະ ຜົນປະໂຫຍດຂອງຊາວປະມົງ ຫວຽດນາມ ນັບລ້ານຄົນ, ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການສົມທົບກັນ, ແກ້ໄຂບັນຫານີ້ໃຫ້ສົມເຫດສົມຜົນ, ຮັບປະກັນຜົນປະໂຫຍດ, ສິດຜົນປະໂຫຍດອັນຊອບທຳຂອງຊາວປະມົງ. ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງກະສິກຳ ຈີນ, ໃນໄລຍະຈະມາເຖິງຄວນສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍສາຍໂທລະສັບດ່ວນກ່ຽວກັບບັນດາກໍລະນີເກີດການປະທະກັນໃນການເຄື່ອນໄຫວອາຊີບປະມົງບົນທະເລ.
ການນຳ 2 ທ່ານກໍ່ເຫັນດີເປັນເອກະພາບເພີ່ມທະວີການປະສານສົບທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະປະຊາຊາດ, ອົງການການຄ້າໂລກ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ, ເວທີປາໄສ ອາຊີ - ເອີລົບ, ເວທີປາໄສພາກພື້ນ ອາຊຽນ, ກອງປະຊຸມຂັ້ນສູງ ອາຊຽນ ແລະ ຈີນ... ພ້ອມກັນຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດຖະນາຖາວອນຂອງພາກພື້ນ ແລະ ໂລກ.
ພາຍຫລັງການເຈລະຈາ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ພ້ອມກັນເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສຳຄັນ 10 ສະບັບເພື່ອສ້າງບາດກ້າວບຸກທະລຸ, ຊຸກຍູ້ການພົວພັນລະຫວ່າງສອງປະເທດ. ໃນນັ້ນມີໂຄງການດຳເນີນງານລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ຈີນກ່ຽວກັບການຜັນຂະຫຍາຍການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ, ຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງປ້ອງກັນຊາດ; ຂໍ້ຕົກລົງລະຫວ່າງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລະ ກະຊວງກະສິກຳຈີນ ກ່ຽວກັບການສ້າງໂທລະສັບສາຍດ່ວນເມື່ອເກີດເຫດການໃນການເຄື່ອນໄຫວຫາປາຢູ່ທະເລ; ບົດບັນທຶກຊ່ວຍ ຈຳກ່ຽວກັບການກໍ່ສ້າງສູນວັດທະນະທຳລະຫວ່າງສອງປະເທດ; ກົດລະບຽບວຽກງານຂອງຄະນະກຳມະການຮ່ວມມືຄຸ້ມຄອງດ່ານຊາຍແດນທາງບົກ ຫວຽດນາມ - ຈີນ ແລະ ບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດກວດກາ, ກວດໂລກລະບາດສຳລັບສັດ, ພືດຂາເຂົ້າຂາອອກ, ແຜນການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນຈີນໄລຍະ 2013-2017, ສັນສາແມ່ລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານຈີນ ກ່ຽວກັບເລື່ອງຈີນ ສະຫງວນບ້ວງສິນເຊື່ອດ້ວຍດອກເບ້ຍຕຳ່ໃຫ້ແກ່ໂຄງການສື່ສານ, ຂໍ້ຕົກລົງສຳຫລວດນ້ຳມັນຮ່ວມຢູ່ອ່າວພາກເຫນືອ.