ປະທານປະເທດ ໂຕເລີມ ພົບປະກັບການນຳຫຼັກແຫຼ່ງຂອງແຂວງ ອານ​ຢາງ

(VOVWORLD) - ຕອນບ່າຍວັນທີ 6 ກໍລະກົດນີ້, ໂດຍສືບຕໍ່ການຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງ, ຢູ່ນະຄອນ ລອງຊວຽນ ທ່ານປະທານປະເທດໂຕເລີມ ໄດ້ພົບປະກັບການນຳຫຼັກແຫຼ່ງຂອງແຂວງອານຢາງ
ປະທານປະເທດ ໂຕເລີມ ພົບປະກັບການນຳຫຼັກແຫຼ່ງຂອງແຂວງ ອານ​ຢາງ - ảnh 1ທ່ານປະທານປະເທດ ໂຕເລີມ ພົບປະກັບການນຳຫຼັກແຫຼ່ງແຂວງ 

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເນັ້ນໜັກວ່າ ອານຢາງ ມີຄວາມສາມາດບົ່ມຊ້ອນ, ເງື່ອນໄຂພັດທະນາທີ່ດີ ແລະ ຫວັງວ່າບັນດາທ່າແຮງກ່ຽວກັບທີ່ດິນແລະ ປະຊາຊົນຂອງແຂວງ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ ແລະ ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ. ປະເທດຊາດ. ທ່ານປະທານປະເທດ ສະເໜີແຂວງ ອານຢາງ ຄວນເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈ ແລະ ຄວາມເປັນເອກະພາບຈາກປະຊາຊົນຕະຫຼອດຮອດອຳນາດການປົກຄອງ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ. , ໂດຍສະເພາະແມ່ນປະຊາຊົນ ຢູ່ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດຊົນເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍດ້ານ. ທ່ານປະທານປະເທດ ຫວັງວ່າແຂວງ ອານຢາງ ຈະສາມັກຄີ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຊ່ວຍໃຫ້ແຂວງ ອານຢາງ ສືບຕໍ່ພັດທະນາຢ່າງແຮງໃນໄລຍະຈະມາເຖິງ.

ປະທານປະເທດ ໂຕເລີມ ພົບປະກັບການນຳຫຼັກແຫຼ່ງຂອງແຂວງ ອານ​ຢາງ - ảnh 2ທ່ານປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຖະຫວາຍທູບທຽນຢູ່ວິຫານບູຊາປະທານ ໂຮ່ຈີມິນ ຢູ່ແຂວງ ຈ່າວິງ (ພາບ: VOV)

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 6 ກໍລະກົດ, ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍຄະນະ ໄດ້ໄປຖະຫວາຍທູບທຽນຢູ່ວິຫານບູຊາປະທານ ໂຮ່ຈີມິນ ຢູ່ຕາແສງ ລອງດຶກ, ນະຄອນ ຈ່າວິງ, ແຂວງ ຈ່າວິງ ເພື່ອອາໄລຫາປະທານ ໂຮ່ຈີມິນ, ຜູ້ນຳຍິ່ງໃຫຍ່ຂອງພັກ ແລະ ປະຊາຊົນ ຫວຽດນາມ. ທ່ານປະທານປະເທດ ປາດຖະໜາວ່າ ຄະນະພັກ, ອຳນາດການປົກຄອງ, ປະຊາຊົນບັນດາເຜົ່າຂອງແຂວງ ຈ່າວິງ ຈະສືບຕໍ່ປະຕິບັດວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງເຂດປູຊະນີຍະສະຖານ, ເພື່ອໃຫ້ສະຖານທີ່ແຫ່ງນີ້ ຈະແມ່ນສະຖານທີ່ແດງໃນການສຶກສາມູນເຊື້ອປະຕິວັດ, ຖ່າຍທອດບັນດາຄຸນຄ່າອັນສູງສົ່ງ ເຊິ່ງທ່ານປະທານໂຮ່ຈີມິນ ໄດ້ປະໄວ້ໃຫ້ຄົນລຸ້ນຫຼັງ.

        ຕອນເຊົ້າໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຖະຫວາຍທູບທຽນ, ອາໄລຫາທ່ານ ຫງວຽນຊິງສັກ, ບິດາປະທານໂຮ່ຈີມິນ ຢູ່ສຸສານຂອງເພິ່ນ.


ຕອບກັບ

ຂ່າວ/ບົດ​ອື່ນ