ປະ​ທານ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່, ສິດ​ອຳ​ນາດ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ອາ​ຍຸ​ການ 2016 – 2021 ໄດ້​ເປັນ​ຢ່າງ​ດີ

(VOVWORLD) ຕາມບົດລາຍງານສະຫຼຸບວຽກງານ ເຊິ່ງຫາກໍໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນອາຍຸການ 2016 – 2021, ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ 14, ປະທານປະເທດໄດ້ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາໜ້າທີ່ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກມອບໝາຍໃຫ້.

ປະ​ທານ​ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ໜ​້າ​ທີ່, ສິດ​ອຳ​ນາດ​ທີ່​ໄດ້​ຮັບ​ການມອບ​ໝາຍ​ໃນ​ອາ​ຍຸ​ການ 2016 – 2021 ໄດ້​ເປັນ​ຢ່າງ​ດີ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

ຕາມບົດລາຍງານສະຫຼຸບວຽກງານ ເຊິ່ງຫາກໍໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດ, ໃນອາຍຸການ 2016 – 2021, ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ, ປະທານສະພາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ, ຫົວໜ້າຄະນະຊີ້ນຳການປະຕິຮູບຍຸຕິທຳສູນກາງ ແລະ ເປັນສະມາຊິກສະພາແຫ່ງຊາດຊຸດທີ 14, ປະທານປະເທດໄດ້ປະຕິບັດໜ້າທີ່ ແລະ ສິດອຳນາດຕາມຂໍ້ກຳນົດຂອງລັດຖະທຳມະນູນ ແລະ ບັນດາໜ້າທີ່ໂດຍກົມການເມືອງ, ຄະນະເລຂາທິການສູນກາງພັກມອບໝາຍໃຫ້.
        ນອກຈາກບັນດາການເຄື່ອນໄຫວພົວພັນຕ່າງປະເທດທາງລັດຖະກິດ, ປະທານປະເທດ, ຮອງປະທານປະເທດ ຍາມໃດກໍມີຄວາມເອົາໃຈໃສ່ເຖິງບັນດາການເຄື່ອນໄຫວການທູດປະຊາຊົນ; ພົບປະແລກປ່ຽນກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງຕ່າງໆ ຫຼື ບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດໃນແຕ່ລະປີທີ່ຈັດຕັ້ງຢູ່ ຫວຽດນາມ.

        ໃນອາຍຸການ 2016 – 2021 ໄດ້ມີການປ່ຽນແປງກ່ຽວກັບບຸກຄະລາກອນ ປະທານປະເທດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກຳ, ຮອງປະທານປະເທດດັ້ງທິງອກທິ້ງ ໄດ້ຮັບດຳລົງຕຳແໜ່ງເປັນ ຮັກສາການປະທານປະເທດ ນັບແຕ່ວັນທີ 23 ກັນຍາ 2018 ຮອດວັນທີ 23 ຕຸລາ 2018. ວັນທີ 23 ຕຸລາ 2018, ກອງປະຊຸມເທື່ອທີ 6, ສະພາແຫ່ງຊາດຫວຽດນາມຊຸດທີ 14 ໄດ້ເລືອກຕັ້ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຮັບດຳລົງຕຳແໜ່ງເປັນປະທານປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ