ປະທານປະເທດພົບປະກັບກຸ່ມສສຊມິດຕະພາບອາຊຽນຂອງສະພາແຫ່ງຊາດເຢຍລະມັນແລະເຈົ້າຄອງນະຄອນBerlin
(ທ່ານປະທານປະເທດພົບປະກັບກຸ່ມສສຊມິດຕະພາບອາຊຽນ
ຂອງສະພາແຫ່ງຊາດເຢຍລະມັນ)
(vovworld) - ວັນທີ 25/11, ທີ່ການເຮັດວຽກກັບທ່ານ Michael Mueller ເຈົ້າຄອງນະຄອນ Berlin, ທ່ານປະທານປະເທດ ເຈືອງເຕີນຊາງ ຖືວ່າ, Berlin ແມ່ນໜຶ່ງໃນບັນດານະຄອນຫຼວງໃຫຍ່ຂອງເອີລົບ ດ້ວຍລະບົບຄົມະນາຄົມສາທາລະນະທີ່ທັນສະໄໝ, ມີສິ່ງແວດລ້ອມຂຽວ ແລະ ສະອາດ. ທ່ານປະທານປະເທດສະເໜີໃຫ້ນະຄອນ Berlin ແບ່ງປັນບົດຮຽນ, ໜູນຊ່ວຍນະຄອນຕ່າງໆຂອງຫວຽດນາມ ໃນບັນດາຂົງເຂດດັ່ງກ່າວ. 2 ຝ່າຍໄດ້ເຫັນດີຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງນະຄອນ Berlin ແລະ ຫວຽດນາມ.
ກ່ອນໜ້ານັ້ນ, ທີ່ການພົບປະກັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອາຊຽນ ຂອງສະພາແຫ່ງຊາດເຢຍລະມັນ, ໃນຕອນເຊົ້າວັນທີ 25/11, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ, ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບອາຊຽນ ຈະແມ່ນຂົວເຊື່ອມຕໍ່ສຳຄັນປະກອບສ່ວນເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດເຢຍລະມັນ ກັບສະພາແຫ່ງຊາດບັນດາປະເທດອາຊຽນ.
ສ່ວນກຸ່ມສະມາຊິກສະພາແຫ່ງຊາດ ໄດ້ສະໜັບສະໜູນເລື່ອງເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ເພີ່ມທະວີບັນດາກົນໄກແລກປ່ຽນລະຫວ່າງປະຊາຊົນ, ນັກຮຽນ, ນັກສຶກສາ ແລະ ບັນດາກຸ່ມບໍລິສັດເສດຖະກິດ 2 ປະເທດ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ແບ່ງປັນ ແລະ ສະໜັບສະໜູນທັດສະນະຂອງຫວຽດນາມ ແລະ ອາຊຽນ ໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໂດຍສະເພາະແມ່ນກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.