ປະທານປະເທດພົບປະສັງສັນກັບຄະນະຕິດຕໍ່ສື່ສານອະດີດນັກຊ່ຽວຊານຫວຽດນາມຊ່ວຍເຫຼືອການປະຕິວັດກຳປູເຈຍ
|
(vovworld) - ທີ່ການພົບປະສັງສັນກັບຄະນະຕິດຕໍ່ສື່ສານອະດີດນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດ ກຳປູເຈຍ ໃນຕອນເຊົ້າວັນທີ 14/12, ທີ່ສຳນັກງານປະທານປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 38 ປີແຫ່ງວັນທະຫານອາສາສະໝັກ ຫວຽດນາມ ແລະ ນັກຊ່ຽວຊານ ຫວຽດນາມ ຊ່ວຍປະຊາຊົນ ກຳປູເຈຍ ທຳລາຍລະບອບດັບສູນເຊື້ອຊາດ (07/1/1979 – 07/01/2017). ກຳລັງປະຕິວັດ ກຳປູເຈຍ ໂດຍແນວໂຮມສາມັກຄີກູ້ຊາດ ກຳປູເຈຍ ນຳໜ້າທີ່ສົມທົບ, ພ້ອມກັນສູ້ຮົບຢ່າງແໜ້ນແຟ້ນກັບທະຫານອາສາສະໝັກ ຫວຽດນາມ ທຳລາຍລະບອບດັບສູນເຊື້ອຊາດ Pol Pot – Leng sary ທີ່ໂຫດຮ້າຍສາມານ, ປິດປະຫວັດສາດມືດມົວ, ນຳປະເທດ ອັງກໍ ຫລຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ, ເປີດສັງກະລາດໃຫມ່ ແລະ ພັດທະນາປະເທດກຳປູເຈຍ ແຕ່ວັນທີ 7/6/1979. ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຕີລາຄາສູງບັນດາການປະກອບສ່ວນ ແລະ ຜົນງານອັນໃຫຍ່ຫຼວງຂອງບັນດານັກຊ່ຽວຊານ ຫວຽດນາມ ຊ່ວຍການປະຕິວັດ ກຳປູເຈຍ:
“ບັນດາການເສຍສະຫຼະຂອງອະດີດນັກຊ່ຽວຊານຂອງພວກເຮົາແມ່ນເປັນໜ້າເຄົາລົບທີ່ສຸດ. ທະຫານອາສາສະໝັກ ຫວຽດນາມ, ບັນດານັກຊ່ຽວຊານ ຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ, ຮຽງບ່າຮຽງໄຫລ່ຊ່ວຍການປະຕິວັດ ກຳປູເຈຍ ໃນພາລະກິດສ້າງສາ, ປົກປັກຮັກສາ, ຟື້ນຟູ ແລະ ພັດທະນາປະເທດຊາດ. ບັນດາຜົນງານທີ່ພິລະອາດຫານ, ຜົນງານດີເດັ່ນ, ການປະກອບສ່ວນ ແລະ ການເສຍສະຫຼະອັນໃຫຍ່ຫຼວງຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ສຳລັບການປະຕິວັດ ກຳປູເຈຍ ໄດ້ຮັບການເຄົາລົບ, ຮັບຮູ້ ແລະ ຕີລາຄາສູງຈາກລັດ ແລະ ປະຊາຊົນ ກຳປູເຈຍ ກໍ່ຄືພັກ, ລັດ ແລະ ປະຊາຊົນ ຫວຽດນາມ.”