ປະທານປະເທດມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ

ປະທານປະເທດມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ
ມອບໃບຕົກລົງແຕ່ງຕັ້ງຫົວໜ້າຄະນະຊີ້ນຳເຂດໄຕງວຽນ
(ພາບ: cand)

(vovworld) - ຕອນ​ບ່າຍ​ວັນ​ທີ 30/04 ຢູ່​ນະຄອນ ບວນມາ​ທ້ວດ ​ແຂວງ ດັກ​ລັກ, ຄະນະ​ຊີ້​ນຳ​​ເຂດ​ໄຕ​ງວຽນ ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ວຽກງານ​ພະນັກງານ. ທ່ານພົນ​ໂທ ​ໂຕ​ເລີມ ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໄດ້​ຮັບແຕ່ງ​ຕັ້ງ​ຈາກ​ກົມ​ການ​ເມືອງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ທ່ານ​ພົນ​ໂທ ​ໂຕ​ເລີມ ກຳ​ມະ​ການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໄດ້​ຮັບ​ແຕ່ງ​ຕັ້ງ​ຈາກ​ກົມ​ການ​ເມືອງ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ, ​​ເຊິ່ງ​ແມ່ນເຂດ​ທີ່​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ, ສຳຄັນ​ພິ​ເສດ​ກ່ຽວ​ກັບ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ຂອງ​ປະ​ເທດ​ຊາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ວາງ​ໃຈ ​ແລະ ຄວາມ​ຫວັງຂອງ​ພັກ, ລັດ ​ແລະ ປະຊາຊົນ. ທ່ານ​ປະທານ​ປະ​ເທດ ສະ​ເໜີ​ວ່າ: ທ່ານ​ພົນ​ໂທ ​ໂຕ​ເລີມ ສືບ​ຕໍ່​ເສີມ​ຂະຫຍາຍພູມປັນຍາ, ຄວາມ​ສາມາ​ດ, ຄຸນນະ​ທາດ​ຂອງ​ຕົນ, ບົດຮຽນ​ຂອງ​ລຸ້ນ​ໄປ​ກ່ອນ​, ປະຕິບັດສຳ​ເລັດໜ້າ​ທີ່​ສຳຄັນ ​ແລ​ະ ໜັກໜ່ວງ​ທີ່​ໄດ້​ຮັບ​ມອບ​ໝາຍ​. ພ້ອມ​ກັນ​ນັ້ນ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ສືບ​ຕໍ່​ເອົາ​ໃຈ​ໃສ່​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​​ແຂວງ​​ໄຕ​ງວຽນ ​ແລະ ​ເຂດ​ໃກ້​ຄຽງ ​ເພື່ອ​ສູ້​ຊົນ​ສ້າງ​ເຂດ​ໄຕ​ງວຽນ​​ ໃຫ້ກາຍ​ເປັນ​ເຂດ​​ເສດຖະກິດ​ຈຸດ​ສຸມ.


ຂ່າວ/ບົດ​ອື່ນ