ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານ ອົງການຕາງໜ້າໃຫ້ລັດ ແລະ ປຊຊ
ຕອນເຊົ້າວັນທີ 7/1, ຢູ່ຮ່າໂນ້ຍ, ໄດ້ຈັດໃຫ້ມີກອງປະຊຸມສະຫລຸບການປະຕິບັດຂໍ້ກຳນົດປະສານສົມທົບວຽກງານລະຫວ່າງອົງການປະທານປະເທດ ແລະຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມປີ 2011 ແລະຈຸມສຸມ ການປະສານສົມທົບວຽກງານປີ 2012. ກ່າວຄຳເຫັນທີ່ກອງປະຊຸມ, ປະທານປະເທດຫວຽດນາມເຈືອງເຕີນຊາງໄດ້ຕີລາຄາສູງບັນດາໝາກຜົນບັນລຸໄດ້ໃນວຽກງານປະສານສົມທົບກັນລະຫວ່າງສອງຝ່າຍ ໂດຍສະເພາະແມ່ນໃນປີ 2011 ປະກອບສ່ວນເຂົ້າໃນຜົນສຳເລັດ ແລະບັນດາຜົນງານລວມຂອງປະເທດຊາດ. ປະທານປະເທດຫວຽດນາມເຈືອງເຕີນຊາງເນັ້ນໜັກວ່າ: “ອົງການປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມມີຄວາມສຳຄັນທີ່ສຸດ. ຝ່າຍໜື່ງແມ່ນອົງການຕາງໜ້າໃຫ້ປະຊາຊົນ, ຝ່າຍໜື່ງຕາງໜ້າໃຫ້ລັດ. ເມື່ອສົມທົບກັນເຮັດວຽກ ຕ້ອງເຮັດແນວໃດເພື່ອເສີມຂະຫຍາຍພາລະໜ້າທີ່ຂອງຕົນໃນລະດັບສູງສຸດ. ສອງຝ່າຍຕ້ອງພະຍາຍາມສົມທົບກັນ ເພື່ອເຮັດໃຫ້ແຈ້ງການກະທົບຊື່ງກັນ ແລະກັນລະຫວ່າງສອງທີ່ຕັ້ງການເມືອງນີ້”.