(vovworld) - ວັນທີ 29/3, ທີ່ການຕ້ອນຮັບທ່ານປະທານສະພາຕຳ່ ອານເຊຣີ Larbi Ould Khelifa, ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132 (IPU-132), ທ່ານປະທານປະເທດຫວຽດນາມ ເຈືອງເຕິນ ຊາງ ເຊື່ອໝັ້ນວ່າ: ບັນດາການປະກອບສ່ວນຂອງຄະນະຜູ້ແທນຂັ້ນສູງສະພາຕຳ່ອານເຊຣີ ຈະປະກອບສ່ວນໃຫ້ກອງປະຊຸມໃຫຍ່ IPU-132 ປະສົບຜົນສຳເລັດ. ທ່ານປະທານສະພາຕຳ່ Larbi Ould Khelifa ເນັ້ນໜັກເຖິງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ຖືວ່າ 2 ປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື, ເຖິງຢ່າງໃດກໍ່ຕາມ, ການຮ່ວມມືດ້ານເສດຖະກິດ, ການຄ້າຍັງບໍ່ທັນສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດເທື່ອ. ຍາມໃດ ອານເຊຣີ ກໍຖືເປັນສຳຄັນການພົວພັນຮ່ວມມືລົງທຶນກັບ ຫວຽດນາມ, ພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນໂຄງການພັດທະນາເສດຖະກິດ-ສັງຄົມໃນແຜນການພັດທະນາ 5 ປີ, ເຊິ່ງ ອານເຊຣີ ຫາກໍ່ຮັບຮອງເອົາ. ເມື່ອຕີລາເນື້ອໃນຂອງກອງປະຊຸມໃຫຍ່ IPU-132, ທ່ານປະທານສະພາຕຳ່ອານເຊຣີ ຢືນຢັນວ່າ: ຄະນະຜູ້ແທນຂັ້ນສູງສະພາຕຳ່ ອານເຊຣີ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ກອງປະຊຸມໃຫຍ່ IPU-132 ປະສົບຜົນສຳເລັດ.